Ad

Ad

17 December 2015

ສະພາຮັບຮອງ​​ເອົາກົດໝາຍ​ວ່າ​ດ້ວຍງົບປະມານ​ແຫ່ງ​ລັດ ​ແລະ ສ່ວຍ​ສາ​ອາກອນສະບັບ​ປັບ​ປຸງ

     ສະມາຊິກສະພາແຫ່ງຊາດໄດ້​​ເຫັນດີຮັບຮອງເອົາກົດໝາຍວ່າດ້ວຍງົບປະມາແຫ່ງລັດສະບັບປັບປຸງຢ່າງເປັນເອກກະສັນ ໃນ​​ເຊົ້າວັນທີ 16 ທັນວາ​​ນີ້, ​ເຊິ່ງເປັນມື້ທີ 8 ຂອງການດຳເນີນກອງປະຊຸມສະ​​ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII. ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດວ່າ: ກົດໝາຍດັ່ງກ່າວເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງວຽກງານການເງິນ-ງົບປະມານໃຫ້ເຂົ້າສູ່ລະບຽບກົດໝາຍ, ສາມາດລວມສູນລາຍຮັບ-ລາຍຈ່າຍງົບປະມານ, ສາມາດລະດົມແຫລ່ງລາຍຮັບເຂົ້າງົບປະມານເພີ່ມຂຶ້ນຢ່າງຕໍ່ເນື່ອງແລະເກີນແຜນໃນບາງປີ, ພ້ອມທັງສາມາດສະໜອງດ້ານທຶນຮອນ
ໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະໄດ້ໂດຍພື້ນຖານ, ສາມາດຄຸ້ມຄອງລາຍຈ່າຍງົບປະມານໃຫ້ໄປຕາມແຜນທີ່ສະພາແຫ່ງຊາດຮັບຮອງ, ຮັກສາວິໄນການເງິນຢ່າງເຂັ້ມງວດ, ຄຸ້ມຄອງງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ​, ​ໂປ່ໃສ, ​ເປີດເຜີຍແລະ ສາມາດກວດສອບໄດ້ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ມີການປັບປຸງກົດໝາຍສະບັບນີ້ເພື່ອໃຫ້ເນື້ອໃນຂອງກົດໝາຍດັ່ງກ່າວສອດຄ່ອງກັບນະໂຍບາຍຂອງພັກ-ລັດຖະບານໃນແຕ່ລະໄລຍະແລະ ສອດຄ່ອງກັບມາດຕະຖານສາກົນໃນການຄຸ້ມຄອງງົບປະມານແລະ ການເງິນແຫ່ງລັດ, ​ໂດຍລວມແລ້ວໄດ້ມີການປັບປຸງທາງດ້ານໂຄງສ້າງ, ​ເນື້ອໃນຕົ້ນຕໍຂອງກົດໝາຍ, ກົດໝາຍສະບັບເກົ່າປະກອບມີ 8 ພາກ, 14 ໝວດແລະ 91 ມາດຕາ ສ່ວນສະບັບປັບປຸງໃໝ່ ປະກອບມີ 10 ພາກ, 15 ໝວດແລະ 98 ມາດຕາໃນນີ້ໄດ້​​ເພີ່ມເຂົ້າໃໝ່ 2 ພາກ, 1 ໝວດແລະ 12 ມາດຕາແລະໄດ້ປັບປຸງໃໝ່ 49 ມາດຕາ.
     ທ່ານລັດຖະມົນຕີກ່າວ​​ວ່າ: ​ເມື່ອກົດໝາຍສະບັບ​​ໃໝ່ ຖືກຮັບຮອງຈາກສະພາແຫ່ງຊາດ ການຄຸ້ມຄອງງົບປະມານຂອງລັດ ຈະມີຄວາມຈະແຈ້ງ, ​ໂປ່ໃສ, ສອດຄ່ອງກັບບັນດານິຕິກຳທີ່ມີການປັບປຸງ, ຮັບປະກັນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ​ແຜນພັດທະນາເສດຖະກິດ-ສັງຄົມ, ປະສິດທິຜົນສູງແລະ ສາມາດປົກປ້ອງສິດຜົນປະໂຫຍດຂອງລັດ, ລວມໝູ່ແລະ ຜົນໂຫຍດອັນຊອບທຳຂອງປະຊາຊົນ ເຮັດໃຫ້ລາຍຮັບເຂົ້າງົບປະມານ​​ແຫ່ງລັດຢ່າງລວມສູນແລະ ຈຳກັດລາຍຈ່າຍນອກແຜນໄດ້ອີກດ້ວຍ.

     ​ໃນຕອນບ່າຍຂອງວັນດຽວກັນ ທ່ານລັດຖະມົນຕີວ່າການກະຊວງການເງິນຍັງໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ຕໍ່ສະພາແຫ່ງຊາດຢ່າງກົງໄປກົງມາ, ຊຶ່ງກົດໝາຍດັ່ງກ່າວ ປະກອບມີ: 1 ພາກແລະ 64 ມາດຕາແລະໃນຂະນະດຽວກັນ ທ່ານປະທານກອງປະຊຸມ ໄດ້ມີບາງຄຳຖາມເຈາະຈີ້ມຕໍ່ກົດໝາຍສະບັບດ່ັງກ່າວເພື່ອ​​ເປັນບ່ອນອີງໃຫ້ບັນດາສະມາຊິກສະພາແຫ່ງຊາດໄດ້ມີການຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດ່ັງກ່າວໃຫ້ມີຄວາມໜັກແໜ້ນແລະ ສົມບູນຂຶ້ນກວ່າເກົ່າ ​​ແລະ ​​ໃນຕອນທ້າຍກໍໄດ້ເຫັນດີຮັບຮອງເອົາກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ຫລາຍກວ່າ 90% ຂອງຜູ້ແທນທັງໝົດ.

No comments:

Post a Comment