Ad

Ad

15 December 2015

ວາງສີລາເລີກກໍ່ສ້າງສະຖານີວິທະຍຸແລະໂທລະພາບເຂດຢູ່ແຂວງສະຫວັນນະເຂດ

ພິທີວາງສີລາເລີກໂຄງການກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດຢູ່ເມືອງພະລານໄຊ, ແຂວງະສຫວັນນະເຂດໂດຍການຊ່ວຍເຫລືອຂອງ ສສ ຫວຽດນາມ, ໄດ້ມີຂຶ້ນໃນວັນທີ 12 ທັນວານີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ສສ ຫຽດນາມ, ພ້ອມດ້ວຍທ່ານເຈົ້າ ແຂວງສະຫວັນນະເຂດ ແລະ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວເຂົ້າຮ່ວມນໍາດ້ວຍ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະຫວັນຄອນ ຣາຊມຸນຕຣີ ໄດ້ມີຄໍາປາໄສໃນພິທີວ່າ: ໂຄງການກໍ່ສ້າງສະຖານີຖ່າຍທອດວິທະຍຸ ແລະ ໂທລະພາບ
ເຂດເປັນໂຄງການຮ່ວມມືຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມ, ຊຶ່ງສະຖານີແຫ່ງນີ້ແມ່ນໜຶ່ງໃນ 4 ສະຖານີທີ່ລັດຖະບານຫວຽດນາມໃຫ້ການຊ່ວຍເຫລືອ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009 ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ 2 ແຫ່ງຄື: ຢູ່ແຂວງຫລວງພະບາງ ແລະ ຈໍາປາສັກ, ສ່ວນແຫ່ງທີ 3 ແມ່ນຢູ່ແຂວງອຸດົມໄຊຄາດວ່າຈະເປີດນໍາໃຊ້ໃນທ້າຍປີນີ້. ໂຄງການກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດຢູ່ເມືອງພະລານໄຊນີ້ຈະເຮັດໃຫ້ການແຜ່ກະຈາຍສັນຍານວິທະຍຸກວມເຖິງ 95% ແລະ ຄື້ນໂທລະພາບພາກພື້ນດິນກວມ 85% ຂອງພື້ນທີ່ທົ່ວປະເທດ, ເຊິ່ງຈະເປັນເງື່ອນໄຂສະດວກໃຫ້ແກ່ການແຜ່ກະຈາຍຂໍ້ມູນຂ່າວສານທາງສະຖານີວິທະຍຸ ແລະ ໂທລະພາບລົງເຖິງພື້ນຖານປະຊາຊົນບັນດາເຜົ່າຢູ່ແຕ່ລະເຂດຂອງລາວໄດ້ກວ້າງຂວາງ ແລະ ທົ່ວເຖິງສາມາດຊ່ວຍໃຫ້ປະຊາຊົນໄດ້ຮັບຮູ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ມູນຂ່າວ
ສານ, ສະລະໜ້າຮູ້ຕ່າງໆໄດ້ຢ່າງວ່ອງໄວ ແລະ ຫລາກຫລາຍ, ທັງເປັນເວທີສົ່ງເສີມການພົວພັນຮ່ວມມືແບບພິເສດ ແລະ ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ. ໂຄງການກໍ່ສ້າງສະຖາ ນີວິທະຍຸ ແລະ ໂທລະພາບເຂດແຫ່ງນີ້ມີມູນຄ່າທັງໝົດ 116.807 ຕື້ດົງ(ສະກຸນເງິນຫວຽດນາມ).
ໃນໂອກາດນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະຫວັນຄອນ ຣາຊມົນຕຣີ ໄດ້ສະແດງຄວາມຮູ້ບຸນຄຸນຂອບອົກຂອບໃຈເປັນຢ່າງສູງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ໂດຍສະເພາະຢ່າງຍິ່ງແມ່ນວິທະຍຸກະຈາຍສຽງແຫ່ງຊາດຫວຽດ ນາມທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນອໍານາດການປົກຄອງແຕ່ລະຂັ້ນກໍຄືປະຊາຊົນເມືອງພະລານໄຊທຸກຄົນຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ.
ໂຄງການກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບແຫ່ງນີ້ປະກອບມີເສົາສົ່ງສັນຍານ
ສູງ 135 ແມັດ, ຕຶກອາຄານຕັ້ງເຄື່ອງຈັກສົ່ງສັນຍານ, ອາຄານຫ້ອງການ, ອາຄານຫໍ
ພັກພະນັກງານ, ສະຖາທີ່ຈອດລົດ, ລະບົບໄຟຟ້າ, ນໍ້າປະປາ, ສະໜາມສວນດອກໄມ້,

ເສັ້ນທາງ, ເສັ້ນທາງເຂົ້າສະຖານີ ແລະ ອື່ນໆ.

No comments:

Post a Comment