Ad

Ad

18 December 2015

ສະພາຮັບຮອງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ

     ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ໄດ້ຖືກສະພາຮັບຮອງເອົາຢ່າງເປັນເອກກະສັນຈາກສະມາຊິກສະພາແຫ່ງຊາດ ໃນຕອນເຊົ້າວັນທີ 17 ທັນວານີ້, ເຊິ່ງເປັນມື້ທີ 9 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸຸດທີ VII, ພາຍໃຕ້ການເປັນປະທານຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ, ທ່ານ ພົນຈັດຕະວາ ສົມແກ້ວ ສີລາວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນສະເໜີວ່າ: ການຄ້າມະນຸດໄດ້ເປັນບັນຫາທີ່ມີລັກສະນະການເມືອງ, ເຊິ່ງມັນໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍຂອງແຕ່ລະປະເທດ ກໍຄືສົນທິສັນຍາສາກົນ ເພາະມັນໄດ້ສ້າງຄວາມເສຍຫາຍໂດຍກົງຕໍ່ຊີວິດ, ສຸຂະພາບ, ຈິດໃຈ, ກຽດສັກສີ ແລະ ອິດສະຫລະພາບຂອງຄົນ, ທັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງຊາດ. ໃນປັດຈຸບັນ ເສດຖະກິດ, ວັດທະນະທຳ-ສັງຄົມ ພວມຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປພ້ອມກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງພາກພື້ນ ແລະ ສາກົນ ເຮັດໃຫ້ການເຄື່ອນຍ້າຍແຮງງານຈາກເຮົາໄປຕ່າງປະເທດ,
ຈາກຕ່າງປະເທດມາປະເທດເຮົາ, ໃນນັ້ນ ມີທັງກຸ່ມທີ່ຖືກຕ້ອງຕາມກົດໝາຍ, ແຕ່ກໍມີຈຳນວນບໍ່ໜ້ອຍທີ່ໃຊ້ເລ່ລ່ຽມຂົນຂວາຍ, ການຊອກຫາ, ການໃຫ້ບ່ອນລີ້ຊ້ອນ, ການນຳສົ່ງ ຫລື ການຮັບເອົາຄົນຢູ່ພາຍໃນ ຫລື ຕ່າງປະເທດ ດ້ວຍການຕົວະຍົວະຫລອກຫລວງ, ການຂົ່ມຂູ່, ການບັງຄັບ, ການຜູກມັດດ້ວຍໜີ້ສິນ ຫລື ດ້ວຍຮູບການອື່ນໆ ເພື່ອເປັນຂໍ້ອ້າງໃນການຂູດຮີດແຮງງານ, ຄ້າໂສເພນີ, ເຜີຍແຜ່ສິ່ງລາມົກ, ສິ່ງທີ່ຂັດກັບວັດທະນະທຳອັນດີງາມຂອງຊາດ, ຕັດອະໄວຍະວະຕ່າງໆຂອງຮ່າງກາຍ ຫລື ຫາຜົນປະໂຫຍດອື່ນໆທີ່ຜິດກົດໝາຍ ເຊິ່ງເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມພົບຄວາມຫຍຸ້ງຍາກ ແລະ ສັບສົນຖ້າບໍ່ມີກົດໝາຍຮອງຮັບ. ດັ່ງນັ້ນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດມີຄວາມເປັນເອກກະພາບ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ສອດຄ່ອງກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ ທັງນີ້ ກໍເພື່ອເປັນບ່ອນອີງພື້ນຖານທາງດ້ານກົດໝາຍໃຫ້ແກ່ອົງການຮັບຜິດຊອບວຽກງານຕ້ານການຄ້າມະນຸດໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນຂອບເຂດທົ່ວປະເທດໃຫ້ປະກົດຜົນເປັນຈິງ.

     ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ປະກອບມີ: 9 ພາກ, 12 ໝວດ ແລະ 89 ມາດຕາ.  ພາຍຫລັງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນພື້ນຖານທີ່ສຳຄັນໃນການຮັບປະກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ ມີການຂະຫຍາຍຕົວ, ໂດຍສະເພາະຍຸກສະໄໝແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ, ທັງເປັນບ່ອນອີງພື້ນຖານໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມງວດ, ຮັບປະກັນສະກັດກັ້ນບໍ່ໃຫ້ການຄ້າມະນຸດເກີດຂຶ້ນ ພ້ອມທັງເປັນການຍົກສູງພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງກະຊວງປ້ອງກັນຄວາມສະຫງົບ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນຫລວງ, ເມືອງ ໃນທົ່ວປະເທດ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນມີຄວາມໝັກແໜ້ນຂຶ້ນຕື່ມ ແລະ ເປັນການປຸກລະດົມໃຫ້ສັງຄົມ, ອົງການຈັດຕັ້ງ ແລະ ປະຊາ ຊົນລາວບັນດາເຜົ່າເປັນເຈົ້າການ ໃນການປະກອບສ່ວນ, ໃຫ້ການຮ່ວມມືເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດເພື່ອໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ.

No comments:

Post a Comment