Ad

Ad

14 December 2015

ນັກຮົບ​ຈະລາຈອນ​ມີ​ສ່ວນ​ປະກອບ​ສຳຄັນ​ໃນ​ການຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ສັງຄົມ

ບໍ່ວ່າແນວໃດ, ຄໍ່າບໍ່ໄດ້ຢືນຄືນບໍ່ໄດ້ຢູ່ມັນເປັນຄຳເວົ້າທຳມະດາໄປແລ້ວສຳລັບນັກຮົບຈະ ລາຈອນແລະໃນຄວາມຈິງມັນກໍແມ່ນແນວນັ້ນແທ້ເພື່ອຮັບປະກັນຄວາມສະຫງົບປອດໄພແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໂດຍສະເພາະແມ່ນບັ້ນງານບຸນໃຫຍ່ສຳຄັນຕ່າງໆຂອງຊາດຄືເມື່ອຜ່ານມາມໍ່ນີ້ກໍແມ່ນບຸນນະມັດສະການພະທາດຫລວງແລະ ການສະເຫລີມສະຫລອງໃຫຍ່ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີຢ່າງມີຜົນສຳເລັດແລະ ສາມາດຮັບປະກັນໄດ້ຄວາມສະຫງົບປອດໄພໄດ້ເປັນຢ່າງດີ.

ດັ່ງທ່ານພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຈະລາຈອນ ປກສ ນະຄອນຫລວງວຽງຈັນໄດ້ເປີດເຜີຍໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄຳສັ່ງຈາກກອງບັນຊາການກໍຄືກະຊວງປ້ອງກັນຄວາມ
ສະຫງົບໃຫ້ກຳລັງນັກຮົບຈະລາຈອນເພີ່ມທະວີຮັກສາຄວາມສະຫງົບແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງການຈະລາຈອນໃນນະຄອນຫລວງວຽງຈັນໂດຍສະເພາະແມ່ນໃນໄລຍະບັ້ນບຸນໃຫຍ່ຕ່າງໆຂອງຊາດ, ພະແນກຈະລາຈອນກໍໄດ້ວາງແຜນໂດຍນຳກຳລັງລົງປະຈຳການເພື່ອຕິດຕາມແລະລະບາຍການສັນຈອນຢູ່ຈຸດຫລໍ່ແຫລມຕ່າງໆຈຳນວນ 100 ກວ່າຈຸດໂດຍສະເພາະໃນເຂດຈະຈັດງານຄືເຂດເດີ່ນທາດຫລວງ, ສູນການຄ້າລາວ-​ໄອເຕັກແລະເສັ້ນທາງເຂົ້າ-ອອກເມືອງທັງ 4 ທິດໃຫ້ຮັບປະກັນໂດຍເລັ່ງໃສ່ລະບາຍການຈະລາຈອນ, ການກວດກາແລະ ຕັກເຕືອນຜູ້ລະເມີດລະບຽບຈະລາຈອນໂດຍສະເພາະແມ່ນການຈອດລົດຊະຊາຍເຊິ່ງເປັນຕົ້ນເຫດຫລັກກໍ່ໃຫ້ເກີດການສັນຈອນແອອັດນັ້ນໃຫ້ຫລຸດຜ່ອນລົງ, ພ້ອມປະຕິບັດຕາມແຈ້ງການຂອງພະແນໂຍທາທິການແລະຂົນສົ່ງ, ສັ່ງປິດບາງສາຍທາງເປັນບາງຄັ້ງຄາວໃນມື້ບຸນແລະ ຫ້າມລົດບັນທຸກຫີນຊາຍແລ່ນເຂົ້າ-ອອກໃນຕົວເມືອງຢ່າງເດັດຂາດ. ຈາກນັ້ນ ຈຶ່ງເຮັດໃຫ້ການຈະລາຈອນໃນໄລຍະງານບຸນໃຫຍ່ດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍແລະ ສາມາດຮັບປະກັນໄດ້ຄວາມສະຫງົບປອດໄພດີກວ່າເວລາໃດໝົດຄືນັບແຕ່ວັນທີ 28 ພະຈິກຫາວັນທີ 2 ທັນວາ 2015 ຜ່ານມານີ້ຢູ່ທົ່ວນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນພຽງ 22 ກໍລະນີສົ່ງຜົນໃຫ້ມີຜູ້ເສຍຊີວິດພຽງ 5 ​ຄົນເທົ່ານັ້ນ.

No comments:

Post a Comment