Ad

Ad

18 December 2015

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ບ້ານ​ຈັດ​ສັນສຸກ​ສະຫວ່າງ-ດາກ​ບູ ​ເມືອງ​ຊານ​ໄຊ


   ພິທີມອບ-ຮັບແລະເປີດນຳໃຊ້ບ້ານຈັດສັນສຸກສະຫວ່າງ​-ດາກບູ ທີ່ເມືອງຊານໄຊແຂວງອັດຕະປືໄດ້ມີຂຶ້ນໃນວັນທີ 16 ທັນວານີ້ ລະຫວ່າງສະຫະບໍລິສັດຊົງດາ ສສ ຫວຽດນາມ, ບໍລິສັດຫຸ້ນສ່ວນໄຟຟ້າຫວຽດ-ລາວ, ບໍລິສັດໄຟຟ້າເຊຂະໜານ​ 1 ຈຳກັດແລະ ອຳນາດການປົກຄອງແຂວງອັດຕະປືເຊິ່ງເປັນໂຄງການໜຶ່ງນອນໃນຂອບການຮ່ວມມືລະຫວ່າງລັດຖະບານລາວແລະ ສສ ຫວຽດນາມໃນການຮ່ວມມືພັດທະນາຂະແໜງພະລັງງານແລະ ບໍ່ແຮ່.
    ​ໂຄງການບ້ານຈັດສັນດັ່ງກ່າວໄດ້ຮັບການກໍ່ສ້າງຂຶ້ນໃນເຂດເນື້ອທີ່ຮາບພຽງແລະ ກວ້າງຂວາງດີເພື່ອປຸກສ້າງເຮືອນຢູ່ໃຫ້ແກ່ປະຊາຊົນຈຳນວນ 59 ຄອບຄົວ ລວມມີສະມາຊິກທັງໝົດ 400 ຄົນ ທີ່ຍົກຍ້າຍອອກມາຈາກເຂດອ່າງເຂື່ອນໄຟຟ້າເຊຂະໜານໜຶ່ງເພື່ອເຂົາເຈົ້າມີເງື່ອນໄຂພັດທະນາຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ. ດັ່ງນັ້ນ ທາງບໍລິສັດຈຶ່ງໄດ້ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ນອກຈາກເຮືອນຢູ່ທີ່ມີມາດຕະຖານແລ້ວ ຍັງໄດ້ສ້າງຖະໜົນ
ຫົນທາງ, ລະບົບນ້ຳສະອາດ, ​ໄຟຟ້າ, ​ໂຮງຮຽນ, ສຸກສາລາ, ບ່ອນປູກຝັງ, ລ້ຽງສັດອື່ນໆອີກເຊິ່ງແຕ່ລະຄອບຄົວຈະໄດ້ຮັບເຂດຢູ່ອາໄສກວ້າງ 800 ຕາແມັດ ລວມມີເຮືອນຢູ່, ຫ້ອງຄົວ, ຄອກສັດ, ຫວິດຖ່າຍແລະ ສິ່ງສາທາລະນະອື່ນໆອີກ ຕົກເປັນມູນຄ່າປະມານ 500 ລ້ານດົງຕໍ່ຄອບຄົວ. ນອກນັ້ນ ທາງບໍລິສັດຍັງໄດ້ບຸກເບີກແລະ ສະໜອງເນື້ອທີ່ການຜະລິດໃຫ້ແຕ່ລະຄອບຄົວຕື່ມອີກ ຄືດິນນາແລະ ດິນໄຮ່ຢ່າງລະ 1 ​ເຮັກຕາ, ສວນຄົວ 0,08 ​ເຮັກຕາ, ສວນປູກໄມ້ໃຫ້ໝາກຫລາຍກວ່າ 1 ​ເຮັກຕາ, ດິນປູກໄມ້ຮັກສາສິ່ງແວດລ້ອມ 1 ​ເຮັກຕາແລະ ບ່ອນລ້ຽງສັດອື່ນໆອີກ 1 ​ເຮັກຕາ. ​ໃນເບື້ອງຕົ້ນ ຝ່າຍບໍລິສັດຈະໄດ້ສະໜອງປັດໄຈການຜະລິດຕ່າງໆເຊັ່ນ: ​ແນວພັນພືດ, ພັນສັດປະເພດງົວ-ຄວາຍ, ໝູແລະ ສັດປີກຈຳນວນໜຶ່ງເພື່ອສ້າງເງື່ອນໄຂໃຫ້ປະຊາຊົນບ້ານຈັດສັນດັ່ງກ່າວສາມາດສ້າງຊີວິດໃໝ່ຂອງຕົນຄືນສູ່ສະພາບປົກກະຕິໂດຍໄວແລະໃນໄລຍະເວລາ 2 ປີທຳອິດ, ຝ່າຍບໍລິສັດເຊຂະໜານ 1 ຍັງໄດ້ຕອບສະໜອງເຂົ້າກິນໃຫ້ຊາວບ້ານດັ່ງກ່າວຜູ້ລະ 30 ກິໂລກຣາມເຂົ້າສານຕໍ່ເດືອນ.
     ທ່ານ ດຣ. ນາມ ວິຍາເກດເຈົ້າແຂວງອັດຕະປືໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງບ້ານຈັດສັນດັ່ງກ່າວເຊິ່ງຈະເປັນເງື່ອນໄຂສຳຄັນໃຫ້ແກ່ຊາວບ້ານຊົນນະບົດຫ່າງໄກສອກຫລີກແຫ່ງນີ້ສາມາດພັດທະນາຊີວິດການເປັນຢູ່ຂອງຕົນດີຂຶ້ນແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍໄວເພາະເມື່ອກ່ອນ ຊາວບ້ານແຫ່ງນີ້ແມ່ນມີຊີວິດການເປັນຢູ່ທຸກຍາກຂາດ​​ເຂີນຫລາຍ, ການຜະລິດຕົ້ນຕໍແມ່ນອີງໃສ່ທຳມະຊາດເປັນສ່ວນໃຫຍ່, ບໍ່ມີໄຟຟ້າ, ນ້ຳປະປາ, ຫົນທາງໄປມາພົບຄວາມຫຍຸ້ງຍາກ, ຊາວບ້ານຫ່າງເຫີນຈາກການບໍລິການຂອງການສຶກສາແລະ ສາທາລະນະສຸກ. ​ແຕ່ມາບັດນີ້ໂດຍອາໄສການພັດທະນາຂອງບໍລິສັດເຊຂະໜານ 1 ຈະຊ່ວຍໃຫ້ຊາວບ້ານແຫ່ງນີ້ມີຊີວິດການເປັນຢູ່ໝັ້ນຄົງຖາວອນ ປະກອບສ່ວນສຳຄັນໃນການແກ້ໄຂຄວາມທຸກຍາກແລະ ການປົກປັກຮັກສາຄວາມສະຫງົບໃນເສັ້ນຊາຍແດນສອງປະເທດ.

      ປັດຈຸບັນ ບໍລິສັດດັ່ງກ່າວພວມສຸມໃສ່ກໍ່ສ້າງບ້ານຈັດສັນຫ້ວຍດຸມເພື່ອຊ່ວຍປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການໄຟຟ້ານ້ຳຕົກເຊຂະໜານ 1 ມີອບ່ອນຢູ່ອາໄສແລະ ສ້າງຊີວິດໃໝ່ຂອງຕົນດີຂຶ້ນ.

No comments:

Post a Comment