Ad

Ad

16 December 2015

ແພດ​ທະຫານລາວ-ຫວຽດນາມຮ່ວມ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ການ

ກອງປະຊຸມວິທະຍາສາດການແພດຄັ້ງທີ 4 ຂອງແພດທະຫານລາວ-ຫວຽດນາມໄດ້ມີຂຶ້ນໃນວັນທີ 14 ທັນວານີ້ຢູ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວທີ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍທ່ານພົນຈັດຕະວາ ພູວົງ ວົງພົມ ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຝ່າຍຫວຽດນາມນຳໂດຍພົນຕີ ຫວູ ກວັກບິງ ຫົວໜ້າກົມການແພດກອງທັບປະຊາຊົນຫວຽດນາມພ້ອມຄະນະຜູ້ແທນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຫລາຍກວ່າ 200 ຄົນ.
ທ່ານພັນເອກ ດຣ. ຄຳແພງ ພູມາແກ້ວ ອຳນວຍການໂຮງໝໍ 103 ​ໃຫ້ຮູ້ວ່າ: ກອງປະຊຸມວິທະຍາສາດຄັ້ງນີ້ສຸດທີ່ສຳຄັນເຊິ່ງໄດ້ຈັດຂຶ້ນພໍດີກັບວັນຄົບຮອບ 10 ປີແຫ່ງການແຮກສ່ຽວລະຫວ່າງໂຮງໝໍ
103 ​ແລະ 108 ກອງທັບຫວຽດນາມເພື່ອແນໃສ່ແລກປ່ຽນບົດຮຽນດ້ານວິຊາການກ່ຽວກັບການຜ່າຕັດ, ການປິ່ນປົວພະຍາດຂອງຂະແໜງພາຍໃນແລະ ພາຍນອກແລະ ອື່ນໆເຊິ່ງໃນນັ້ນໄດ້ລົງເລິກໃນການແນະນຳເຕັກນິກການກວດແລະ ປິ່ນປົວພະຍາດທີ່ທັນສະໄໝເຊິ່ງຈະນຳເອົາຜົນປະໂຫຍດຢ່າງຫລວງ ຫລາຍມາໃຫ້ແກ່ການບໍລິການປິ່ນປົວຂອງໂຮງໝໍທະຫານພວກເຮົາໃນອະນາຄົດ.

ທ່ານພົນຕີ ສຈ. ດຣ. ມາຍ ຮົງບັງ ອຳນວຍການໃຫຍ່ໂຮງໝໍ 108 ກອງທັບຫວຽດນາມໄດ້ມີຄຳເຫັນໃນກອງປະຊຸມວິທະຍາສາດສຳຄັນດັ່ງກ່າວວ່າ: ກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບໄດ້ຄັດເລືອກເອົາບົດລາຍງານວິທະຍາສາດການແພດຈຳນວນ 17 ຫົວຂໍ້ພົ້ນເດັ່ນເພື່ອເຂົ້າລາຍງານແລະໃນນັ້ນກໍມີຫລາຍຫົວຂໍ້ທີ່ໄດ້ລົງພິມໃນວາລະສານວິທະຍາສາດການແພດມາແລ້ວແລະ ກອງປະຊຸມດັ່ງກ່າວຈະເປັນໂອກາດແລະເງື່ອນໄຂສຳຄັນໃຫ້ແກ່ຄະນະແພດສອງຝ່າຍໄດ້ຮ່ວມແລກປ່ຽນບົດຮຽນແລະ ປະສົບການຕ່າງໆທາງດ້ານການແພດກໍຄືການຄົ້ນຄວ້າວິທະຍາສາດການແພດຂອງຕົນແລະ ຈະຊ່ວຍໃຫ້ບັນດາແພດໝໍໃນສອງໂຮງໝໍດັ່ງກ່າວໄດ້ຍົກສູງຄຸນນະພາບການປິ່ນປົວແລະລະດັບການບໍລິການຂອງຕົນດີຂຶ້ນເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາວຽກງານສາ ທາລະນະສຸກຂອງປະເທດລາວ-ຫວຽດນາມນັບມື້ເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment