Ad

Ad

14 December 2015

ເປີດ​ຂະ​ບວນ​ຄະຣາວານລົດ ສູ່​​ເມືອງ​ວຽງ​ໄຊ

ຂະ​ບວນ​ຄະຣາວານລົດຫວນ​ຄືນສູ່​ຖິ່ນ​ກຳ​ເນີ​ດທີ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວ​ພັນ ໄດ້​​ເລີ່​ມອອກ​ເດີນທາງ​ໃນ​ວັນ​ທີ 11-15 ທັນວາ 2015 ​ເລີ່​ມຈາກນະຄອນຫລວງວຽງຈັນ ຜ່ານແຂວງບໍລິຄຳໄຊ, ແຂວງຊຽງຂວາງເຖິງ ແຂວງຫົວ ພັນໃນໄລຍະການເດີນທາງ 670 ກວ່າກິໂລແມັດ, ​ທັງນີ້ ເພື່ອເປັນການສ້າງຂະບວນການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 95 ປີ (13/12/1920-13/12/2015), ​ທັງເປັນການຫວນຄືນມູນເຊື້ອປະຕິວັດອັນພິລະອາດຫານຂອງປະຊາຊົນລາວ ບັນດາເຜົ່າແລະເປັນການໂຄສະນາ ສົ່ງເສີມການທ່ອງທ່ຽວບັນດາແຂວງພາກເໜືອຂອງລາວ.
​ຂະ​ບວນຄາຣາວານ​ ດັ່ງກ່າວ ມີລົດ​ຫລາຍ​ກວ່າ 100 ຄັນ ​ເຂົ້າ​ຮ່ວມ ນຳໂດຍ ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ມີ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ​ລວມທັງພາກ​ລັດ ​ແລະ ​ເອກະ​ຊົນເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ. ​ເຖິງ​ຈະ​ເປັນ​​ໄລຍະ​ທາງ​ໄກ ແຕ່​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ,
ພູ​ຜາ​ປ່າ​ໄມ້​ອັນ​ສວຍ​ສົດ​ງົດ​ງາມ​ຕາມ​ສອງ​ຟາກ​ທາງ, ທ່ຽວ​ຊົມ​ແຫລ​ງທ່ອງ​ທ່ຽວ​ທາງ​ວັດທະນະ ທຳ ​ແລະ ປະຫວັດສາດ​ຈຳນວນ​ໜຶ່ງ ຢູ່​ແຂວງ​ຊຽງ​ຂວາງ​ຄື: ວັດ​ເກົ່າ​ເມືອງ​ຄູນ, ທົ່ງ​ໄຫ​ຫີນ, ພູ​ກູດ​ຈອມ​ເຫລັກ​ວິລະ​ຊົນ ​ແລະ ຖ້ຳ​ປິວ​ເຫດ​ໂລກ​ຄາດ​ຕະກຳ​ທີ່​ເມືອງ​ຄຳ, ສຳ​ລັບຢູ່​ແຂວງ​ຫົວພັນ ກໍ​ຈະ​ໄດ້​ພົບ​ເຫັນ​ຕາດ​ສະ​ເຫລີ​ຍ ​ແລະ ບັນດາ​ຖ້ຳ​ຜູ້ນຳ​ທີ່​ເມືອງ​ວຽງ​ໄຊ ​ແລະ ອື່ນ​ໆ, ຊຶ່ງ​ພິ​ເສດ​ຜູ້​ເຂົ້າ​ຮ່ວມ​ວາງ​ກະຕ່າ​ດອກ​ໄມ້ ​ເພື່ອ​ຄຳນັບ​ອະນຸສາວະລີ ປະທານ​ໄກສອນ ພົມວິຫານ ທີ່​ເມືອງ​ວຽງ​ໄຊ ​ແລະ ຮ່ວມ​ງານ​ໂຮມ​ຊຸມນຸມ​ໃຫຍ່​ສະ​ເຫລີ​ມຫລອງ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40ປີ ​ແລະ ວັນ​ເກີດ​ປະທານ​ໄກສອນ ພົມວິຫານ​ຄົບຮອບ 95 ປີ. ຄາດ​ວ່າ​ຂະ​ບວນຄາ​ລະວາ​ນ​ໃຫຍ່​ຄັ້ງ​ນີ້ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 15 ທັນວາ​ນີ້ ຈຶ່ງ​ຈະ​ກັບ​ວຽງ​ຈັນ.

No comments:

Post a Comment