Ad

Ad

15 December 2015

ນາຍົກລັດຖະມົນຕີແຫ່ງ ສ.ເກົາຫລີ ​​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​

     ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຮວງ ກຽວ ອັນ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະໄດ້​​ເດີນທາງ​​ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 13-15 ທັນວານີ້ ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂື້ນຢ່າງສົມກຽດທີ່ ຫ້ອງວ່າການລັດຖະບານໃນວັນທີ 14 ທັນວາ.
     ໃນໄລຍະການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການພະນະທ່ານນາຍົກລັດຖະມົນຕີ .​ເກົາຫລີໄດ້ພົບປະສອງຝ່າຍກັບພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ,​ ເຂົ້າຢ້ຽມຂໍ່ານັບພະນະທ່ານ ຈູມມາລີໄຊຍະສອນ, ປະທານປະເທດແລະ ພະນະທ່ານ ນາງ ປານີ ຢາທໍ່ຕູ, ປະທານສະພາແຫ່ງ
ຊາດແຫ່ງ ສປປ ລາວ, ​ເຂົ້າຮ່ວມເປັນກຽດໃນງານສຳມະນາວ່າດ້ວຍການເຊື່ອມໂຍງໂຄງການພັດທະນາແບບປະຊາຊົນມີສ່ວນຮ່ວມຂອງ ສ.​ເກົາຫລີ ຫຼືເຊມາອຸນດົງ ກັບວຽກງານສາມສ້າງຂອງ ສປປ ລາວ.
        ການຢ້ຽມຢາມດັ່ງກ່າວ​​ໄດ້ມີຂື້ນໃນທາມກາງທີ່ສອງປະເທດກຳລັງຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວແລະ ສ.​ເກົາຫລີ ຄົບຮອບ 20 ປີ (25 ຕຸລາ 1995 - 25 ຕຸລາ 2015). ​ ການພົບປະຄັ້ງນີ້ທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພົວພັນແລະ ຮ່ວມມືສອງຝ່າຍ​​ໃນໄລຍະຜ່ານມາ,​ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ໄດ້ຮັບການສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມລະດັບສູງ ຊຶ່ງກັນແລະ ກັນຕະຫຼອດມາ,​ເຊິ່ງເຫດການທີ່ພົ້ນເດັ່ນແມ່ນການຢ້ຽມຢາມ .​ເກົາຫລີ ຢ່າງທາງການຂອງພະນະທ່ານ ຈູມມາລີໄຊຍະສອນ ປະທານປະເທດແຫ່ ສປປ ລາວ ​​ເມື່ອປີ 2013 ຜ່ານມາ, ​ເຊິ່ງຖຶເປັນຂີດໝາຍທີ່ສຳຄັນໃນການຍົກລະດັບການພົວພັນແລະ ການຮ່ວມມື ລະຫວ່າງ ອງປະເທດ. ສອງຝ່າຍສະແດງຄວາມເພີ່ງພໍໃຈທີ່ເຫັນວ່າຕະຫຼອດໄລຍະ 20 ປີ ການພົວພັນຂອງສອງປະເທດໄດ້ຮັບການສົ່ງເສີ່ໃຫ້ມີການ​​ເຕີບໃຫຍ່ຂື້ນ​​ເລື່ອຍໆ. ນອກຈາກນັ້ນ, ສອງຝ່າຍຕີລາຄາສູງທີ່ເຫັນວ່າການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແມ່ນຢູ່ໃນທວງທ່າທີ່ຂະຫຍາຍຕົວໄວພໍສົມຄວ. ປະຈຸບັນ ສ.​ເກົາຫລີ ຈັດຢູ່ໃນອັນດັບ 6 ຂອງຕ່າງປະເທດທີ່ລົງທືນຢູ່ສປປ ລາວລວມມູນຄ່າ 800 ​ກວ່າລ້ານ​​ໂດລາສະຫະລັດ, ປະກອບມີ 257 ​ໂຄງການ.​ໃນປີ 2015 ສອງຝ່າຍສາມາດບັນລຸຕົວເລກການຄ້ານຳກັນໄດ້ 199 ​ລ້ານໂດລາສະຫະລັດ. ​ໃນນັ້ນ, ສປປ ລາວ ສົ່ງອອກໄປ .​ເກົາຫລີ 12 ລ້ານໂດລາສະຫະລັດແລະ ນຳເຂົ້າຈາກ .​ເກົາຫລີ 187 ລ້ານໂດລາສະຫະລັດ, ສຳລັບການຮ່ວມມືດ້ານການທ່ອງທ່ຽວກໍ່ມີການຂະຫຍາຍຕົວດີ​​ເຊິ່ງນັບແຕ່ປີ 2007-2014 ມີຈຳນວນ 292.776 ​ເທື່ອຄົນ, ສະເພາະໃນປີ 2014 ມີທັງໝົດ 96.085 ຄົນແລະໃນໄລຍະ 6 ​ເດືອນຕົ້ນປີ 2015 ມີ 86.088 ຄົນ, ​ເພີ່ມຂື້ນ 72% ທຽບໃສ່ໄລຍະດຽວກັນຂອງປີ 2014. ອັນສຳຄັນແມ່ນສອງຝ່າຍສະແດງຄວາເພິ່ງພໍໃຈຕໍ່ຄວາມຄືບໜ້າ​​ໃນການຮ່ວມມື​ ​ແລະ ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາຂອງ ສ.​ເກົາຫລີ ຢູ່ສປປ ລາວ, ​ເຊິ່ງເຫັນໄດ້ວ່າ ສ.​ເກົາຫລີໄດ້ເອົາໃຈໃສ່ແລະໃຫ້ການຊ່ວຍເຫຼືອເພື່ອການພັດທະນາເສດຖະກິດ-​ສັງຄົມຂອງ ສປປ ລາວ ຕະຫຼອດມາ, ​ປະຈຸບັນ ສ.ເກົາຫລີຖືເປັນປະເທດອັນດັບຕົ້ນໆຂອງບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວແລະການຊ່ວຍເຫຼືອດັ່ງກ່າວນັ້ນແມ່ນໄດ້ເພີ່ມຂື້ນທຸກໆປີ, ສະເລ່ຍ ປະມານປີລະ 10-12 ລ້ານໂດລາສະຫະລັດຕໍ່ປີ. ນອກຈາກການຊ່ວຍເຫຼືອລ້າແລ້ວ ສ.​ເກົາຫລີ ຍັງໄດ້ອະນຸມັດເງີນກູ້ຢືມດອກເບ້ຍຕໍ່າໃຫ້ແກ່ລັດຖະບານ ລາວເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນງານພັດທະນາເສດຖະກິດ-​ສັງຄົມແຫ່ງຊາດອີກດ້ວຍ. ​ໃນໂອກາດຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ເປັນ​​ເອກະພາບແລະ ລົງນາມເອກະສານຮ່ວມກັນ​ 2 ສະບັບເພື່ອເປັນບ່ອນອີງໃສ່ໃຫ້ແກ່ການພົວພັນຮ່ວມມືໃນຕໍ່ໜ້າເຊັ່ນ: ບົດບັນທຶກຊ່ວຍຈຳວ່າດ້ວຍໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ສຳລັບ ປີ 2016 ລະຫວ່າງ ລັດຖະບານ ສປປ ລາວແລະ ລັດຖະບານ .​ເກົາຫລີ​, ​ ໂຄງການເງີນກູ້ດອກເບ້ຍຕ່ຳຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດຂອງ ສ.​ເກົາຫລີ (EDCF) ສຳລັບສົກປີ 2016-2019.
      ນອກຈາກນັ້ນແລ້ວ, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສາກົນແລະ ພາກພື້ນ ທີ່ມີຄວາມສົນໃຈຮ່ວມກັນອີກດ້ວຍ.
ສຸດທ້າຍ, ພະນະທ່ານ ທອງສິງທໍາມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ຕາງໜ້າໃຫ້ລັດຖະບານແລະ ປະຊາຊົນລາວ ກ່າວສະແດງຄວາມຮູ້ບຸນຄຸນແລະ ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນມີປະສິດທິຜົນຂອງລັດຖະບານ​ ​ແລະ ປະຊາຊົນ .​ເກົາຫລີໃນການພັດທະນາພື້ນຖານໂຄງລ່າງເສດຖະກິດແລະ ສັງຄົມຕໍ່ ສປປ ລາວໃນໄລຍະຜ່ານມາ. ພ້ອມທັງອວຍພອນໃຫ້ທ່ານນາຍົກລັດຖະມົນຕີແຫ່ງ ສ.​ເກົາຫລີມີພະລານາໄມສົມບູນ, ມີສຸຂະພາບເຂັ້ມແຂງແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ.
        ​ໃນຕອນເຊົ້າຂອງ ວັນທີ 15 ທັນວານີ້ຄະນະໄດ້ເດີນທາງໄປຢ້ຽມຢາໂຮງໝໍເດັກນ້ອຍ ລາວ-.​ເກົາຫລີ, ​ເຊິ່ງໂຮງໝໍດັ່ງກ່າວແມ່ນການຊ່ວຍເຫຼືອລ້າຈາກລັດຖະບານ .​ເກົາຫລີ​,ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະສຸກແຫ່ງ ສປປ ລາວກ່ອນ ເດີນທາງອອກຈາກ ສປປ ລາວເພື່ອເດີນທາງໄປຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ.

No comments:

Post a Comment