Ad

Ad

9 December 2015

ຈົ່ງ​ເອົາ​ໃຈ​ໃສ່​ຕອບ​ໂຕ້​ພະຍາດ​ໂປ​ລິ​ໂອ

          ໃນເດືອນຕຸລາຜ່ານມາ​​ໄດ້ມີພະຍາດ​​ໂປລິໂອກັບຄືນມາລະບາດຢູ່ແຂວງບໍລິຄຳໄຊແລະໄຊສົມບູນ, ພາຍຫຼັງພະຍາດດັ່ງກ່າວໄດ້ຖືກປະກາດດັບສູນໄປແລ້ວເມື່ອປີ 2000 , ດັ່ງນັ້ນ​​ເພື່ເປັນການສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ລະບາດອອກສູ່ວົງກ້ວາງແລະເຮັດໃຫ້ຂະບວນການຢອດຢາແລະ ສັກຢາກັນພະຍາດທີ່ຈະຈັດຶ້ຢູ່ 3 ຮອບ​​ໃນຂອບເຂດທົ່ວປະເທດບັນລຸຜົນ, ດັ່ງນັ້ນເມື່ອບໍ່ດົນມານີ້ທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງ​​ໃຫ້​​ເຈົ້າຄອງນະຄອນຫຼວງວຽງຈັນແລະ ບັນດາເຈົ້າແຂວງ, ກະຊງທີ່ກ່ຽວຂ້ອງແລະ ຄະນະກຳມາທິການເພື່ແມ່ແລະເດັກ​,​ ແນວໂຮມ, ຊາວໜຸ່ມ,​ແມ່ຍິງ, ຕະຫຼອດຮອດປະຊາຊົນບັນດາເຜົ່າຈົ່ງເອົາໃຈໃສ່ຕອບໂຕ້ພະຍາດ​​ໂປລິໂອແລະ ສົ່ງເສີມການຢອດຢາ-ສັກຢາກັນພະຍາດດັ່ງນີ້: (1) ພາກສ່ວນກ່ຽວຂ້ອງຕ້ອງ​​ເປັນເຈົ້າການຈັດຕັ້ງປະຕິບັດວັນຢອດຢາແລະ ສັກຢາກັນພະຍາດ
ແຫງຊາດໃຫ້ບັບລຸຕາມຄາດໝາຍ 100%,​ ໂດຍການມອບວຽກຢາງລະອຽດໃຫ້ແຕ່ລະພາກສ່ວນຮັບຜິດຊອບຕາມພາລະບົດບາດ​ ​ແລະ ໜ້າທີ່ຂອງຕົນ. (2) ພາກ ສ່ວນກ່ຽວຂ້ອງຕະຫຼອດຮອດປະຊາຊົນຈົ່ງອຳນວຍຄວາມສະດວກໃຫ້ແກ່ທີແພດເພື່ອໄປເຄື່ອນໄຫວຢອດຢາແລະ ສັກຢາກັນພະຍາດຢູ່ຂັ້ນບ້ານໂດຍສະເພາະ​​ເຂດຫ່າງໄກສອກຫຼີກ, ພ້ອມທັງຊ່ວຍປຸກ ລະດົມປະຊາຊົນໃຫ້ນຳເອົາລູກຫຼານຂອງຕົນມາຢອດຢາແລະ ສັກຢາກັນພະຍາດໂປລິໂອຕາມສະຖາທີ່ແລະວັນ​​ເວລາທີ່ກຳນົດ.(3) ມອບໃຫ້ຂະແໜງສຶກສາທິການແລະ ກິລາຂື້ນບັນຊີເດັກນັກຮຽນທີ່ຢູ່ໃນເກນອາຍຸເປົ້າໝາຍ15 ປີລົງມາສົ່ງ​​ໃຫ້ທີແພດເພື່ອຢອດຢາແລະ ສັກຢາກັນພະຍາດ.(4) ​ໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໂຄສະນາສຸຂະສຶກສາໃຫ້ປະຊາຊົນຢ່າງເປັນປົກກະຕິເພື່ໃຫ້ປະຊາຊົນເຂົ້າໃຈ​ ​ແລະເຂົ້າຮ່ວມຂະບວນການ​​ຢອດຢາແລະ ສັກຢາກັນພະຍາດ,ຖ້າຫາກມີທ້ອງຖິ່ນໃດມີປະ ຊາຊົນທີ່ບໍ່ໃຫ້ການຮ່ວມມືໃຫ້ອຳນາດການປົກຄອງເປັນເຈົ້າການສຶກສາອົບຮົມ ຫຼື ປະຕິບັດມາດຕະ ການຖ້າຫາກຈຳເປັນ.

ທີແພດຢອດຢາແລະ ສັກຢາກັນພະຍາດໃຫ້ວ່າ: ພະຍາດ​​​ໂປລິໂອເປັນພະຍາດເປ້ຍລ່ອຍ​,ສ່ວນຫຼາຍມັກເກີດໃນເດັກນ້ອຍອາຍຸ 15 ປີລົງມາ,​ ເປັນພະຍາດທີ່ບໍ່ສາມາດປິ່ນປົວໄດ້, ​ແຕ່ສາມາດປ້ອງກັນໄດ້ດວຍຢາວັກຊິນ, ພະຍາດດັ່ງກ່າວສາມາດຕິດຕໍ່ໄດ້ໂດຍການກິນເຊື້ອພະຍາດເຂົ້າໄປໂດຍກົງ, ດັ່ງນັ້ນວິທີປ້ອງກັນດີທີ່ສຸດແມ່ນການປະຕິບັດຕາມຫຼັກການສຸຂະອະນາໄມ, ກິດຢູ່ສະອາດແລະ ສິ່ງສຳຄັນແມ່ນຕ້ອງໄດ້ຮັບການສັກຢາວັກຊີນຄົບຕາມຈຳນວນ.

No comments:

Post a Comment