Ad

Ad

9 December 2015

ສະພາບອາກາດ​ຍັງສືບ​ຕໍ່​ໜາວ​ ຈົ່ງ​ເພີ່ມ​ທະວີ​ການ​ຮັກສາ​ສຸຂະພາບ

     
ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ວັນທີ 9 ທັນວານີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ປະເທດຈີນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງລັກສະນະນີ້ເຮັດໃຫ້ອຸນຫະພູມອາກາດເຢັນຢູ່ຕື່ມອີກໃນແຕ່ລະພາກແລະ ຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
     ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນສ່ວນຫລາຍ ອາກາດໜາວ​​ຕື່ມອີກແລະ ຍັງຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງຜົ້ງສາລີແລະ ຫົວພັນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 9-11 ອົງສາແລະ ສູງສຸດ 15-17 ອົງສາ. ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນສ່ວນ
ຫລາຍ ອາກາດເຢັນຍັງສືບຕໍ່ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 24-26 ອົງສາ. ສຳລັບເມືອງສິງແລະ ວຽງພູຄາ: ອາກາດຍັງໜາວແລະ ມີໝອກໜາໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 12-14 ອົງສາແລະ ສູງສຸດ 23-25 ອົງສາ.
     ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແລະ ມີລົມພັດແຮງເປັນບາງໂອກາດ​. ອຸນຫະພູມຕ່ຳສຸດ 17-19 ອົງສາແລະ ສູງສຸດ 26-28 ອົງສາ. ພາກກາງ: ມີເມກປົກຄຸມເປັນສ່ວນຫລາຍ, ອຸນຫະພູມອາກາດ​​ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 27-29 ອົງສາ. ສຳລັບແຂວງໄຊສົມບູນ: ອາກາດຍັງໜາວເຢັນ ພ້ອມມີໝອກໜາໃນຕອນເຊົ້າ. ອຸນຫະພູມ 11-13 ອົງສາແລະ ສູງສຸດ 20-22 ອົງສາ.
     ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 28-30 ອົງສາ. ​ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດໜາວຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 10-12 ອົງສາແລະ ສູງສຸດ 23-25 ອົງສາ.

     ດັ່ງນັ້ນ ຈຶ່ງເຕືນໃຫ້ປະຊາຊົນຜູ້ຢູ່ອາໃສໃນແຕ່ລະເຂດຈົ່ງເພີ່ມທະວີຮັກສາສຸຂະພາບຕົນເອງແລະເອົາໃຈໃສ່ປະຕິບັດຫລັກອະນາໄມໃຫ້ເປັນປົກກະຕິ, ​ໂດຍສະເພາະຕ້ອງນຸ່ງຫົ່ມໃຫ້ສະອາດແລະ ອົບອຸ່ນດີເພື່ອສາມາຕ້ານທານກັບພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນໃນລະດູໜາວ.

No comments:

Post a Comment