Ad

Ad

18 December 2015

ປກສ ສີສັດຕະນາກມ້າງແຫລ່ງມົ້ວສຸມຢາເສບຕິດອັນຕະລາຍ

ໃນວັນທີ 15 ທັນວານີ້, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ, ນະຄອນ ຫລວງວຽງຈັນ, ໄດ້ນໍາກໍາລັງຫລາຍນາຍເຂົ້າຈັບຕົວກຸ່ມໄວລຸ້ນມົ້ວສຸມຢາເສບຕິດຢູ່ຮ້ານສະໜຸກເກີແຫ່ງໜຶ່ງຢູ່ບ້ານຈອມເພັດ, ເມືອງສີສັດຕະນາກ, ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຮ້ານສະນຸກເກີແຫ່ງດັ່ງກ່າວແມ່ນແຫລ່ງມົ້ວສຸມຢາເສບຕິດອັນຕະລາຍ, ໂດຍສາມາດຈັບຕົວຜູ້ຂາຍຢາເສບຕິດໄດ້ 4 ຄົນຄື: ທ້າວອໍາໄພວັນ(ເລ້) ອາຍຸ 31 ປີ ຢູ່ບ້ານຫາຍໂສກ ແລະ ທ້າວສຸກສະຫວັນ(ຕຸກ) ອາຍຸ 16 ປີຢູ່ບ້ານໂພນສະ ຫວ່າງ, ເມືອງຈັນທະບູລີ, ທ້າວຈັນທະບູນ (ປອມ) ອາຍຸ 24 ປີຢູ່ບ້ານທົ່ງກາງ ແລະ ທ້າວແສງສະຫວັນ (ເຫລັກອາຍຸ 18 ປີຢູ່ບ້ານຈອມເພັດ, ເມືອງສີສັດຕະນາກ, ພ້ອມຂອງກາງຢາບ້າເກືອບ 200 ເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍ, ນອກຈາກນີ້ຍັງສາມາດກັກຕົວຜູ້ເສບໄດ້ທັງໝົດ 42 ຄົນ(ຍິງ 3 ຄົນ), ໂດຍເຈົ້າໜ້າທີ່ໄດ້ແຍກເປັນສອງປະເພດຄື: ຜູ້ທີ່ເສບຢາເສບຕິດມາດົນຈົນມີລັກສະນະຮຸນແຮງແມ່ນສົ່ງຕົວໄປບໍາບັດຢູ່ສູນສົມສະຫງ່າ ແລະ ຜູ້ທີ່ຫາກໍເລີ່ມເສບແມ່ນເອົາຕົວມາກອງບັນຊາການປກສເມືອງເພື່ອສຶກສາອົບຮົມ ແລະ ເຮັດບົດບັນທຶກ, ກ່ອນຈະສົ່ງໃຫ້ຜູ້ປົກຄອງເອົາໄປສຶກສາອົບຮົມຕໍ່ໄປ.

No comments:

Post a Comment