Ad

Ad

16 December 2015

ລາວ​ຫາລື​​ດ້ານ​ວິຊາ​ການ​ສຳລັບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ປ່າ​ໄມ້

ວັນທີ 15 ທັນວານີ້, ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮ່ວມກັບສະຫະ ພາບເອີຣົບປະຈຳລາວຈັດກອງປະຊຸມດ້ານວິຊາການຂອງ​​ການຈັດຕັ້ງປະຕິບດກົດໝາຍປ່າໄມ້, ການຄຸ້ມຄອງໄມ້ເລະ ການຄ້າໄມ້ (FLEGT) ຂຶ້ນທີ່ໂຮງແຮມວຽງຈັນພາຊາ ໃນນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳພຸດ ພັນດານຸວົງ, ຫົວໜ້າກົມກວດກາປາໄມ້ແລະ  ທ່ານ ມາຕິນ ຜູ້ຕາງໜ້າສະຖານ​​ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ພ້ອມດ້ວຍນັກວິຊາການຈາກກະຊວງແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮວມເປັນຈຳນວນຫຼາຍ.
ທ່ານຫົວຫນ້າກົມກວດກາປ່າໄມ້ກ່າວໃນທີ່ປະຊຸມວ່າ: ລັດຖະບານລາວໄດ້ລິເລີ່ມການກະກຽມ​​ເຈລະຈາຂໍ້ຕົກລົງການເຂົ້າ​​ເປັນຄູ່ຮ່ວມສັນຍາດ້ານການຄ້າແບບສະໝັກໃຈ ( VPA ) ກັບສະຫະ ພາບ
ເອີຣົບໃນປີ 2016 ​​ໃນກອບຊຶ່ງແຜນງານການຈັ້ງຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງໄມ້ແລະ ການຄ້າໄມ້ (FLEGT) ຂອງສະຫະພາບເອີຣົບ, ແຜບງານດັ່ງກ່າວແມ່ນສ່ວນໜຶ່ງຂອງການລິເລີ່ມຂອງລັດຖະບານລາວເພື່ອຮັບປະກັນການປັບປຸງການຄຸ້ມຄອງແລະ ການຈັດການປ່າໄມ້ແບບຍືນຍົງ​​ໃນສປປ ລາວ ຂອງ​. ດັ່ງນັ້ນ ລັດຖະບານຈຶ່ງໄດ້ຈັດກອງປະຊຸມ​​ນີ້ຂຶ້ນເພື່ອໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮັບຮູ້​​ເຖິງເປົ້າໝາຍຂອງລັດຖະບານໃນແຜນງານ​ FLEGT VPA ,ລວມທັງຜົນປະໂຫຍດແລະ ຂໍ້ຫຍຸ້ງຍາກທີ່ຄາດວ່າຈະໄດ້ຮັບແລະ ການເຊື່ອມໂຍງຂອງແຜນງານດັ່ງກ່າວກັບຄວາມຄິດລິເສີ່ມອື່ນໆໃນລະດັບຊາດທີ່ກ່ຽວຂ້ອງກັບຂະແໜງຄຸ້ມຄອງແລະ ປົກປັກຮັກສາປ່າໄມ້ກ່ອນການ​​ເຂົ້າຮ່ວມເຈລະຈາ VPA ຄັ້ງທຳອິດກັບສະຫະພາບເອີຣົບ.

ທ່ານຫົວໜ້າກົມກ່າວວ່າ: ​ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງໄມ້ແລະ ການຄ້າໄມ້ແລະ ຂໍ້ຕົກລົງການເຂົ້າ​​ເປັນຄູ່ຮ່ວມສັນຍາດ້ານການຄ້າແບບສະໝັກໃຈແມ່ນຂີດໝາຍ​​ສຳຄັນເພື່ອປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງປ່າໄມ້,​ ເພາະວ່າການຄຸ້ມຄອງປ່າໄມ້ທີ່ດີນັ້ນຈະຊ່ວຍ​​ໃຫ້ພວກເຮົາສາມາດປົກປັກຮັກສາປ່າໄມ້ເພື່ອອະນາຄົດຂອງຄົນລຸ່ນໃໝ່,​ ເສີມຂະຫຍາຍໂອກາດໃຫ້ແກ່ຂະແໜງປຸ່ງ​​ແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້​​ແກ່ຜະລິດຕະພັນໄມ້, ສ້າງໂອກາດໃນການຈ້າງງານໃນຂະແໜງປ່າໄມ້ແລະ ​​ເປີດກ້ວາງໂອການທາງດ້ານການຕະຫຼາດທີ່ໃຫຍຂຶ້ນກວ່າເກົ່າແລະ ພາຍຫຼັງທີ່ແຜນການດັ່ງກ່າວຖືກຈັດຕັ້ງປະຕິບັດຜະລິດຕະພັນໄມ້ຂອງລາວກໍຈະສາມາດຕອບສະໜອງຕາມກົດລະບຽບວ່າດ້ວຍໄມ້ຂອງສະຫະພາບເອີຣົບ, ຊຶ່ງຈະເປັນການສົ່ງເສີມການສົ່ງອອກໄມ້ທີ່ຖືກກົດໝາຍໄປຍັງຕະຫຼາດເອີຣົບ, ພ້ອມນັ້ນ ບັນດາບໍລິສັດປຸງແຕ່ງໄມ້ໃນ ສປປ ລາວກໍຈະສາມາດເຂົ້າເຖິງຕະຫຼາດອື່ນໄດ້ງ່າຍຂຶ້ນ, ​​ໂດຍສະເພາະ​​ແມ່ນຕະຫຼາດໃນບັນດາປະເທດອາຊຽນ, ສະຫະລັດອາເມຣິກາ, ອົດສະຕຣາລີ, ນິວຊີແລແລະ ຍີ່ປຸ່ນ​​ເປັນຕົ້ນ.

No comments:

Post a Comment