Ad

Ad

17 December 2015

ຜົນ​ສໍາ​ເລັດ​ການ​ຢ້ຽມຢາມ​ລາວ​ຂອງນາຍົກລັດຖະມົນຕີ​ ສ.ເກົາຫລີ

ຕອບສະໜອງຕາມຄຳເຊີນຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຮ່າງ ຄຽວ ອານ ນາຍົກລັດຖະມົນຕີ ແຫ່ງສາທາລະ ນະລັດ ເກົາຫລີພ້ອມດ້ວຍຄະນະໄດ້ສຳເລັດການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຕອນເຊົ້າວັນທີ 15 ທັນວາ 2015.
          ໃນໄລຍະການເຄື່ອນໄຫວຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສ.ເກົາຫລີໄດ້ເຂົ້າຢ້ຽມຄຳນັບທ່ານຈູມມາລີໄຊຍະສອນ ປະທານປະເທດແຫ່ງ ສປປ ລາວແລະ ທ່ານນາງ ປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ, ພ້ອມທັງໄດ້ພົບປະສອງຝ່າຍກັບທ່ານ ທອງສິງທຳມະວົງ ເພື່ອທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພົວພັນ
ແລະ ຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມລະດັບສູງເຊິ່ງກັນ ແລະ ກັນຕະຫລອດມາ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າຕະຫລອດໄລຍະ 20 ປີການພົວພັນຂອງສອງປະເທດໄດ້ຮັບການສົ່ງເສີມໃຫ້ມີການເຕີບໃຫຍ່ຂຶ້ນເລື້ອຍໆ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນແລະ ການທ່ອງທ່ຽວຢູ່ໃນທວງທ່າຂະຫຍາຍຕົວໄວສົມຄວນ. ພ້ອມກັນນີ້, ສອງຝ່າຍໄດ້ເປັນເອກະພາບ ແລະ ລົງນາມເອກະສານຮ່ວມກັນ 2 ສະບັບເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືໃນຕໍ່ໜ້າເຊັ່ນ:ບົດບັນທຶກຊ່ວຍຈຳວ່າດ້ວຍໂຄງການຊ່ວຍເຫລືອເພື່ອການພັດທະນາສຳລັບປີ 2016 ລະຫວ່າງລັດຖະບານລາວ ແລະ ສ.​ເກົາຫລີແລະ ໂຄງການກູ້ຢືມເງິນດອກເບ້ຍຕ່ຳຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫລີ ສຳລັບສົກປີ 2016-2019.

          ໃນໂອກາດດຽວກັນທ່ານນາຍົກລັດຖະມົນຕີ ສ.​ເກົາຫລີ ກໍໄດ້ເຂົ້າຮ່ວມງາມສຳມະນາວ່າດ້ວຍການເຊື່ອມໂຍງໂຄງການພັດທະນາແບບປະຊາຊົນມີສ່ວນຮ່ວມຂອງ ສ.​ເກົາຫລີ ຫລືເຊມາອຸດົງ ກັບວຽກງານສາມສ້າງຂອງລາວ; ຢ້ຽມຊົມພະທາດຫລວງວຽງຈັນແລະ ຢ້ຽມຢາມໂຮງໝໍເດັກ, ​ເຊິ່ງເປັນໂຮງໝໍທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສ.​ເກົາຫລີ ທີ່ໄດ້ເປີດນຳໃຊ້ໃນປີ 2011 ຜ່ານມາ.

No comments:

Post a Comment