ວັນທີ 19 ເມສານີ້, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງລາວ, ອົງການ ຢູນິເຊບ ( UNICEF ) ປະຈຳລາວ ແລະ ບໍລິສັດ ບໍ່ຄຳເຊໂປນ ( MMG ) ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງຜົນສຳເລັດຂອງການຈັດຕັ້ງປະຕິດບັດໂຄງການໂພສະນາການ 1000 ວັນ ໄລຍະທີ
1 ທີ່ໄດ້ຮັບການສະໜັບສະໜູນຈາກ
ອົງການ UNICEF ແລະ
ບໍລິສັດ MMG ໃນມູນຄ່າ 3 ລ້ານໂດລາສະຫະລັດ ຂື້ນທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຂອງທ່ານ ຮອງສາສະດາຈານ ດຣ
ພູທອນ ເມືອງປາກ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ທ່ານ ດຣ
ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ແອນດຣິວ ມິດແຊວມໍ ອຳນວຍການໃຫຍ່ບໍລິສັດ MMG ,ທ່ານ ນາງຫົງເວ້ ກ້າວ ຜູ້ຕາງໜ້າອົງການ UNICEF ປະຈຳລາວ, ພ້ອມດ້ວຍທູຕານຸທູດ ແລະ
ຕາງໜ້າຈາກອົງການສາກົນເຂົ້າຮ່ວມເປັນຈຳນວນຫຼາຍ.
ຄະນະຈັດຕັ້ງປະຕິບັດໂຄງການດັ່ງກ່າວລາຍງານໃຫ້ຮູ້ວ່າ: ໂຄງການທີ່ສຳຄັນນີ້ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ຢູ່ 3 ແຂວງພາກໃຕ້,ໂດຍຈະສຸ່ມໃສ່ 1000 ວັນທຳອິດຂອງອາຍຸເດັກ,ນັບແຕ່ໄລຍະຖືພາຈົນເຖິງອາຍຸໄດ້ 2 ປີ,ຊຶ່ງເປັນໄລຍະສຳຄັນຂອງການພັດທະນາໃນໄວເດັກ, ເພື່ອພັດທະນາທາງສະໝອງ ແລະ ທາງກາຍຍະພາບ, ຫຼຸດຜ່ອນອັດຕາການເຕ້ຍຂອງເດັກ ແລະ ການຂາດທາດສັງກະສີທີ່ພາໃຫ້ເປັນພະຍາດເລືອດຈາງໃນເດັກຜ່ານແຜ່ນງານສຸຂະສຶກສາແກ່ຊຸມຊົນ ແລະ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ ທີ່ເປັນບັນຫາອັນດັບໜຶ່ງຂອງກະຊວງສາທາລະນະສຸກ,ເພາະບັນຫາດັ່ງກ່າວມັນສົ່ງຜົນກະທົບຕໍ່ເດັກໃນ
ສປປລາວ ຫຼາຍກວ່າ 40 % ,ເຖິງຢ່າງໃດກໍຕາມຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວເຫັນວ່າເດັກນ້ອຍໃນ 3 ແຂວງມີພັດທະນາການທີ່ດີຂື້ນ, ມີໂພຊະນະການທີ່ສົມບູນຫຼາຍຂື້ນ ແລະ ຈາກຜົນສຳເລັດຂອງໂຄງການດັ່ງກ່າວໄລຍະທີ່ 1 ໃນມື້ນີ້ພວກເຮົາກໍຈະປະກາດການເລີ່ມຈັດຕັ້ງປະຕິບັດໂຄງການໄລຍະທີ
2 ນັບແຕ່ປີນີ້ເປັນຕົ້ນໄປ.

No comments:
Post a Comment