ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຫວັງອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ
ພ້ອມຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ
ແຕ່ວັນທີ 22-24
ເມສາ 2016.
ທ່ານ ຫວັງອີ້
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເກີດເມື່ອເດືອນຕຸລາ 1953
ທີ່ນະຄອນຫລວງປັກກິ່ງ, ປະຫວັດການສຶກສາ ປະລິນຍາໂທ ດ້ານເສດຖະກິດ, ປະຫວັດການເຮັດວຽກ 1969-1977 ຊາວໜຸ່ມລົງກໍ່ສ້າງຮາກຖານ ແລະ ການຜະລິດຢູ່ແຂວງ Heilongjiang, 1977-1978
ພະນັກງານຢູ່ສະຖາບັນການຄົ້ນຄວ້າຂໍ້ມູນຂ່າວສານ ກະຊວງໄປສະນີ
ແລະ ໂທລະຄົມສະມາຄົມ,
1978-1982 ນັກສຶກສາຢູ່ພາກວິຊາພາສາສາດຂອງອາຊີ
ແລະ ອາຟຣິກາ ທີ່ສະຖາບັນ Beijing
Second Foreign Language
Institute, 1982-1989 ພະນັກງານວິຊາການ ຊັ້ນອະນຸເຂລາ, ຮອງຫົວໜ້າພະແນກ ແລະ ຫົວໜ້າພະແນກ ກົມອາຊີ ກະຊວງການຕ່າງປະເທດ, 1989-1994 ທີ່ປຶກສາ, ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສປ ຈີນ
ທີ່ຍີ່ປຸ່ນ,
1994-1995 ຮອງຫົວໜ້າກົມອາຊີ
ກະຊວງການຕ່າງປະເທດ,
1995-1998 ຫົວໜ້າກົມອາຊີ
ກະຊວງການຕ່າງປະເທດ,
1998-2001 ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແລະ ຫົວໜ້າກົມຄົ້ນຄວ້ານະໂຍບາຍ, 2001-2004 ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, 2004-2007 ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ
ສປ ຈີນ ປະຈຳຍີ່ປຸ່ນ,
2007-2008 ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ປະຈຳການ, 2008-2013 ຫົວໜ້າຫ້ອງການວຽກງານໄຕ້ຫວັນ
ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ລັດຖະມົນຕີປະຈຳ
ຮັບຜິດຊອບວຽກງານໄຕ້ຫວັນຂອງຫ້ອງວ່າການລັດຖະບານ ແຫ່ງ ສປ ຈີນ, 2013 ເຖິງປັດຈຸບັນ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

No comments:
Post a Comment