ໝົດໃນທົ່ວປະເທດ, ພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ,ໂທລະຄົມມະນາຄົມໄດ້ມີການຂະ ຫຍາຍຕົວຢ່າງແຂງແຮງ,ມີເສັ້ນທາງທີ່ສາມາດໄປມາໄດ້ສອງລະດູການທົ່ວປະເທດ ແລະ
ເຊື່ອມຈອດກັບປະເທດໃກ້ຄຽງ,ປະຊາຊົນໃນຕົວເມືອງ ແລະ
ຊົນນະບົດຫ່າງໄກສອກຫລີກໄດ້ຊົມໃຊ້ໂທລະສັບ ແລະ ລະບົບການສື່ສານທັນສະໄໝດ້ວຍຮູບການຕ່າງໆ
ແລະ ຜົນງານອັນພົ້ນເດັ່ນຊຶ່ງບໍ່ເຄີຍມີມາໃນປະຫວັດສາດຂອງຊາດເຮົາກໍຄືໃນໂອກາດສະເຫລີມສະຫລອງວັນສະຖາປະນາ
ສປປ ລາວ ຄົບຮອບ 40
ປີ ປະເທດຂອງພວກເຮົາໄດ້ສໍາເລັດການສົ່ງດາວທຽມຂຶ້ນສູ່ອາວະກາດເປັນດວງທໍາອິດ
ແລະ ສໍາເລັດພິທີວາງສີລາລຶກໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງທີ່ມີຄວາມທັນສະໄໝ
ແລະ ເຕັກນິກສູງ,ຊຶ່ງປັດຈຸບັນແມ່ນພວມລົງມືກໍ່ສ້າງ. ເບິ່ງລວມແລ້ວໂສມໜ້າຂອງປະເທດພວກເຮົາທັງຢູ່ຕົວເມືອງ ແລະ ຊົນນະບົດໄດ້ມີການຫັນປ່ຽນຢ່າງເດັນຊັດ, ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທິດຫັນເປັນອຸດສະຫະກໍາ ແລະ
ທັນສະໄໝນັບມື້ເຊື່ອມໂຍງກັບສາກົນ.(3) ຂົງເຂດວັດທະນາທໍາ-ສັງຄົມ
ໄດ້ມີການພັດທະນາດີຂື້ນໃນຫລາຍດ້ານຄຽງຄຸ່ກັບການພັດທະທາງດ້ານເສດຖະກິດ,ໃນ
ນັ້ນໄດ້ເອົາໃຈໃສ່ພັດທະນາທາງດ້ານຊັບພະຍາກອນມະນຸດ,ຍົກລະດັບການສຶກສາ, ໂດຍໄດ້ສະໜອງງົບປະມານໃຫ້ແກ່ຂະແໜງການສຶກສາຫລາຍຂື້ນກວມປະມານ 17% ຂອງລາຍຮັບຈາກການລົງທຶນຂອງລັດ, ທົ່ວປະເທດໄດ້ສໍາເລັດການຈົບຊັ້ນປະຖົມບໍາລູງໃນປີ 2015
ແລະ ມີຫລາຍທ້ອງຖິ່ນກໍໄດ້ສໍາເລັດການຈົບຊັ້ນມັດທະຍົມຕົ້ນ, ພ້ອມກັນນັ້ນພວກເຮົາກໍໄດ້ເອົາໃນໃສ່ປັບປຸງ ແລະ
ຂະຫຍາຍພື້ນຖານໂຄງລ່າງທາງດ້ານສາທາລະນະສຸກໄປສູ່ົນະບົດເຂດຫ່າງໄກສອກຫລີກ, ຄຽງຄູ່ກັບການຍົກລະດັບຄຸນນະພາບການບໍລິການ, ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ
ແລະ ເຫັນວ່າມີຜົນສໍາເລັດເປັນສ່ວນໃຫຍ່, ອັດຕາການຊົມໃຊ້ນໍ້າສະອາດ ແລະ ວິດຖ່າຍຂອງຄອບຄົວໄດ້ບັນລຸເກີນຄາດໝາຍ, ສ່ວນໃນຂົງເຂດຖະແຫລ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ກໍມີຜົນສໍາເລັດຫລາຍປະການ, ໄດ້ເອົາໃຈໃສ່ອະນຸລັກຮັກສາ ແລະ
ສົ່ງເສີມວັດທະນາທໍາອັນດີງາມຂອງຊາດ, ກໍຄືຂອງບັນດາເຜົ່າ,
ຂົງເຂດແຮງງານ ແລະ
ສະຫວັດດີການສັງຄົມກໍມີຄວາມກ້າວໜ້າຫລາຍປະການເປັນຕົ້ນ:ການຍົກລະດັບສີມືແຮງງານ, ການກະຕຸກຊຸກຍູ້ຮູ້ບຸນຄຸນຜູ້ມີຄຸນ
ງາມຄວາມດີຕໍ່ການປະຕິວັດ ແລະ ຕໍ່ປະເທດຊາດ.(4)
ລັດຖະບານໄດ້ເອົາໃຈໃສ່ປັບປຸງກົນໄກ, ລະບຽບການບໍລິຫານລັດໃຫ້ກະທັດລັດ, ໂປ່ງໃສເພີ່ມຂຶນ, ໄດ້ເພີ່ມທະວີກົນໄກການປະສານງານ ແລະ ແບບແຜນວິທີເຮັດວຽກຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນອັນໄດ້ເຮັດໃຫ້ການບໍລິຫານລັດ ແລະ
ຮັບໃຊ້ສັງຄົມມີປະສິດທິຜົນ ດີຂຶ້ນເລື້ອຍໆ, ໂດຍປະຕິບັດຕາມທິດສ້າງລັດທີ່ປົກຄອງ ແລະ ຄຸ້ມຄອງດ້ວຍກົດໝາຍ, ໄດ້ທົບທວນ, ວາງ ແລະ ປັບປຸງຕິນິກໍາໃຫ້ສອດຄ່ອງກັບສະພາບການຕົວຈິງ
ຂອງປະເທດ ແລະ ສົນທິສັນຍາສາກົນຕ່າງໆທີ່ພວກເຮົາເປັນພາຄີ, ອັນພິເສດແມ່ນໄດ້ສໍາເລັດການທົດລອງແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ
ແລະ ທ້ອງຖິ່ນຕາມທິດສາມສ້າງຄື:ຫັນກົງຈັກຂອງສູນກາງໃຫ້ເຮັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍໄປຄຽງຄູ່ກັບການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ
ສ້າງບ້ານເປັນຫົວໜ່ວຍພັດ
ທະນາ.(5) ໄດ້ປະສານສົມທົບຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ,ຊຶ່ງໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການທໍາມາຫາກິນຂອງປະຊາຊົນບັນດາເຜົ່າ, ທັງສາມາດສ້າງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈໃນການລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ການສ້າງສາ ແລະ
ພັດທະນາຂອງປະເທດເຮົາດໍາເນີນໄປດ້ວຍຄວາມໝັ້ນທ່ຽງ ແລະ ມີຜົນສໍາເລັດເປັນກ້າວໆມາ.(6)
ລັດຖະບານໄດ້ເຄື່ອນໄຫວຕ່າງປະເທດຢ່າງຕັ້ງໜ້າເຮັດໃຫ້ອິດທິພົນ
ແລະ ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນກວ່າເກົ່າ, ເພື່ອນມິດຂອງພວກເຮົາກໍນັບມື້ກວ້າງຂວາງ ແລະ
ສາມາດຍາດແຍ່ງການຮ່ວມມືກັບຕ່າງປະເທດ, ໂດຍສະເພາະການຮ່ວມມືດ້ານເສດຖະກິດໄດ້ເປັນຢ່າງດີ ແລະ ມີຜົນສໍາເລັດເປັນກ້າວໆມາ, ອັນພົ້ນເດັ່ນແມ່ນ ສປປ
ລາວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າ
ໂລກໃນປີ 2013, ໄດ້ຕັ້ງໜ້າເຂົ້າຮ່ວມກັບບັນດາປະເທດສະມາຊິກອາຊຽນສ້າງຕັ້ງປະຊາຄົມເສດຖະ ກິດອາຊຽນ,ໄດ້ເປັນເຈົ້າພາບກອງປະຊຸມລັດຖະສະພາອາຊີ-ເອີຣົບຄັ້ງທີ 7, ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 9 ແລະ ກອງປະຊຸມສໍາຄັນລະດັບພາກພື້ນ ແລະ ສາກົນອື່ນໆ, ປັດຈຸບັນ ສປປ ລາວກໍາລັງປະຕິບັດບົດບາດເປັນປະທານໝູນວຽນຂອງອາຊຽນ, ຊຶ່ງເວົ້າລວມແລ້ວປະເທດເຮົາໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ສົ່ງເສີມມິດຕະ ພາບ ແລະ
ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ, ຊຶ່ງຜົນສໍາເລັດທີ່ກ່າວມານັ້ນແມ່ນຍ້ອນແນວທາງ ແລະ ການນໍາພາອັນຖືກຕ້ອງຂອງພັກ, ຍ້ອນຄວາມພະຍາຍາມດ້ວຍຄວາມຮັບພິຊອບສູງ, ຄວາມສາມັກຄີເປັນເອກະພາບຂອງລັດຖະບານ, ອົງການປົກຄອງແຕ່ລະຂັ້ນກໍຄືພະນັກງານ,ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ການຊ່ວຍເຫລືອຂອງສາກົນ.
ຄຽງຄູ່ກັບຜົນສໍາເລັດດ້ານຕ່າງໆທີ່ກ່າວມານັ້ນ, ທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ
ແລະ ສິ່ງທ້າທາຍສໍາຄັນຈໍານວນໜຶ່ງໃນຈັດຕັ້ງປະຕິບັດໃນໄລຍະຜ່ານມາເປັນຕົ້ນ: ການອໍານວຍຄວບຄຸມເສດຖະກິດຍັງມີບາງດ້ານບໍ່ທັນເຂັ້ມງວດ, ເຖິງວ່ເສດຖະກິດມີການເຕີບໂຕແຕ່ພື້ນຖານຍັງບໍ່ທັນໜັກແໜ້ນ, ຖານລາຍຮັບຍັງບໍ່ທັນເຂັ້ມແຂງ, ຍັງອາໃສການຂຸດຄົ້ນທໍາມະຊາດ ແລະ ການສົ່ງອອກວັດຖຸດິບເປັນອັນສໍາຄັນ, ລະດັບການພັດທະນາລະຫວ່າງຕົວ
ເມືອງ ແລະ ຊົນນະບົດຍັງມີຄວາມແຕກໂຕນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ,
ແຜນງົບປະມານທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວມີບາງດ້ານບໍ່ສາມາດບັນລຸຕາມຄາດ ໝາຍການປະຕິບັດວິໄນແຜນການ-ການເງິນກໍຄືການຄຸ້ມຄອງບັນດາໂຄງການລົງທຶນຂອງລັດຍັງບໍ່ທັນເຂັ້ມງວດ
ແລະ ເດັດຂາດ,
ບັນດາໂຄງການຈໍານວນໜຶ່ງຂາດປະສິດທິຜົນເຮັດໃຫ້ໜີ້ສີນຂອງລັດເພີ່ມຂຶ້ນເກີນຄວາມສາມາດຂອງງົບປະມານ
ແລະ ແກ້ໄຂຍາກ,
ການພັດທະນາວີສາຫະກິດຍັງບໍ່
ທັນໄດ້ດີ, ຄວາມສາມາດແຂ່ງຂັນໃນເງື່ອນໄຂເຊື່ອມໂຍງຍັງຕໍ່າ, ນະໂຍບາຍດ້ານຕ່າງໆທີ່ລັດຖະບານໄດ້ປະກາດໃຊ້ແລ້ວຍັງມີບາງອັນປະຕິບັດບໍ່ທັນໄດ້, ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍຍັງບໍ່ທັນເດັດຂາດເຂັ້ມງວດ, ເຮັດໃຫ້ມີການສວຍໃຊ້ ແລະ ເກີດມີການສໍ້ລາດບັງຫລວງ ແລະ
ປະກົດການຫຍໍ່ທໍ້ໃນສັງຄົມບໍ່ທັນໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາແທ້ ແລະ
ມີບາງດ້ານກໍຍັງມີທ່າອ່ຽງເພີ່ມຂື້ນ, ຊຶ່ງບັນດາຂໍ້ຄົງຄ້າງທີ່ກ່າວມານັ້ນເກີດຈາກຫລາຍສາເຫດທັງໃນຕົວ ແລະ ນອກຕົວ, ແຕ່ອັນຕົ້ນຕໍ່ສໍາຄັນຈໍານວນໜຶ່ງເກີດຈາກຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກຍັງບໍ່ທັນເລິກເຊິ່ງເຖິງຖອງ, ຄວາມຮູ້ກ່ຽວກັບເສດຖະກິດຕະຫລາດຕາມທິດສັງຄົມນິຍົມຍັງບໍ່ທັນຈະແຈ້ງ,ບໍ່ເອກະພາບ ຕ່າງຄົນຕ່າງເຂົ້າໃຈ, ຕ່າງຄົນຕ່າງເຮັດ, ການຈັດຕັ້ງປະຕິບັດກົນໄກລະບຽບການຍັງບໍ່ທັນໄປລວງດຽວກັນ, ບໍ່ທັນແທດເໝາະກັບຄວາມເປັນຈິງ ແລະ
ບໍ່ທັນເປັນການກະຕຸກຊຸກຍູ້ປຸກລະດົມກໍາລັງແຮງ
ຂອງທົ່ວສັງຄົມເຂົ້າຮ່ວມໃນການພັດທະນາປະເທດຊາດດີເທົ່າທີ່ຄວນ, ຄວາມຮັບພິຊອບ ແລະ ຄວາມເປັນເຈົ້າການຂອງຂະແໜງການຂອງສູນກາງ
ແລະ ທ້ອງຖິ່ນບໍ່ທັນສູງ,
ການຈັດຕັ້ງປະຕິບັດຕົວຈິງໃນການຫັນນະໂຍບາຍ, ກົດໝາຍ, ແຜນງານ ແລະ
ໂຄງການລະອຽດຍັງຊັກຊ້າ ແລະ ບໍ່ແທດເໝາະຕົວຈິງ, ຊໍ້າຊອນ ແລະ ບາງຄັ້ງຍັງມີລັກສະນະກົດໜ່ວງທ່ວງດຶງການຈັດຕັ້ງປະຕິບັດນໍາອີກ.

No comments:
Post a Comment