Ad

Ad

21 April 2016

ໄລຍະປີໃໝ່ຜ່ານລາຄາສິນຄ້າມີການເໜັງຕີງເລັກຫນ້ອຍທຽບໃສ່ປີຜ່ານມາ

ໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຜ່ານມາປາກົດເຫັນວ່າລາຄ້າສິນຄ້າບໍລິໂພກປະເພດຊີ້ນ, ປາ, ອາຫານ ແລະ ພືດຜັກຕ່າງໆ, ຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ, ສ່ວນໃຫຍ່ກໍຢູ່ໃນເກນປົກກະຕິ, ແຕ່ກໍມີສິນຄ້າບາງປະເພດທີ່ລາຄາເໜັງຕີງແພງຂຶ້ນເລັກຫນ້ອຍ, ໂດຍສະເພາະແມ່ນປະເພດພືດຜັກຕ່າງ, ຊຶ່ງຜ່ານການລົງຕິດຕາມສະພາບລາຄາສິນຄ້າຂອງນັກຂ່າວພວກເຮົາໃນລະຫວ່າງວັນທີ 1316 ເມສານີ້, ຢູ່ຕະຫຼາດສະພານທອງ, ຂົວດິນ, ໂພນສະຫວ່າງເຫັນວ່າ: ມີສິນຄ້າບາງປະເພດມີລາຄາເໜັງຕີງແພງຂຶ້ນເລັກຫນ້ອຍເຊັ່ນ: ໄກ່ລາດ, ປາກະຊັງ ແລະ ພືດຜັກຕ່າງໆຈະຂຶ້ນລາຄາປະມານ 23 ພັນກີບ/ ກິໂລ, ສ່ວນລາຄາຊີ້ນງົວ ແລະ ໝູແມ່ນຢູ່ໃນເກນປົກກະຕິ, ເຖິງຢ່າງໃດກໍຕາມເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລ້ວເຫັນວ່າລາຄາສິນຄ້າມີການເໜັງຕີງພຽງເລັກຫນ້ອຍຕາມກົນໄກ
ຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມກວດກາ ແລະ ຄວບຄຸມລາຄາສິນຄ້າຂອງພາກສ່ວນກ່ຽວຂ້ອງ, ຂະນະດຽວກັນກໍສັງເກດເຫັນວ່າ: ສິນຄ້າປະເພດດອກໄມ້ຈະມີລາຄາແພງຂຶ້ນເທົ່າຕົວ, ຊຶ່ງແມ່ຄ້າໃຫ້ເຫດຜົນວ່າ: ໄລຍະປີໃໝ່ລາວຈະມີຄວາມຕ້ອງການດອກໄມ້ເປັນຈຳນວນຫຼາຍ, ຂະນະທີ່ດອກໄມ້ບາງຊະນິດທີ່ມີຄວາມຕ້ອງການຊຳພັດມີໜ້ອຍ, ຈຶ່ງເຮັດໃຫ້ມີລາຄາສູງກວ່າເທດສະການອື່ນໆ.

No comments:

Post a Comment