Ad

Ad

21 April 2016

ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຄະນະລັດຖະບານຊຸດໃໝ່

          ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ VIII, ໄດ້ໄຂຂຶ້ນໃນວັນທີ 20 ເມສານີ້, ຢູ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ຮັບຮອງເອົາໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຄະນະລັດຖະບານຊຸດໃໝ່, ເຊິ່ງປະກອບມີ: ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ, ທ່ານ ບຸນທອງ ຈິດມະນີ ເປັນຮອງນາຍົກລັດຖະມົນຕີ, ທັງເປັນອົງການກວດກາລັດຖະບານ ແລະ ປະທານຄະນະກຳມະການຕ້ານການສໍ້ລາດບັງຫລວງຂອງລັດຖະບານ, ທ່ານ ສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ສົມແກ້ວ ສີລາວົງ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ຄຳໝັ້ນ ສູນວິເລີດ ເປັນລັດຖະມົນຕີກະຊວງພາຍໃນ, ທ່ານ ຈະເລີນ ເຢຍປາວເຮີ ເປັນລັດຖະມົນຕີປະຈສຳນັກງານນາຍົກລັດຖະມົນຕີ, ທ່ານ
ສົມມາດ ພົນເສນາ ເປັນລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ລຽນ ທິແກ້ວ ເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊສີ ສັນຕິວົງ ເປັນລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳແພງ ໄຊສົມແພງ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄຳເມິງ ພົງທະດີ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ຄຳມະນີ ອິນທິລາດ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານນາງ ເຂັມມະນີ ພົນເສນາ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສະເຫລີມໄຊ ກົມມະສິດ ເປັນລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພາວ ໄຟສິດ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ທັນສະໄໝ ກົມມະສິດ ເປັນລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ບຸນຈັນ ສິນທະວົງ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເພັດ ພົມພິພັກ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສຸພັນ ແກ້ວມີໄຊ ເປັນລັດຖະມົນຕີກະຊວງແຜນ ແລະ ການລົງທຶນ, ທ່ານ ບຸນກອງ ສີຫາວົງ ເປັນລັດຖະມົນ ຕີກະຊວງສາທາລະນະສຸກ, ທ່ານ ບຸນເກີດ ສັງສົມສັກ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນຕີ, ທ່ານ ອາລຸນແກ້ວ ກິດຕິຄຸນ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານນາງ ສຸວັນເພັງ ບຸບຜານຸວົງ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

No comments:

Post a Comment