ໃນຕອນເຊົ້າຂອງວັນທີ
19 ເມສານີ້, ຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ
VIII ນຳໂດຍທ່ານນາງ ປານີ
ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VII ໄດ້ໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກສອນ ພົມວິຫານ
ຢູ່ນະຄອນຫລວງວຽງຈັນ ເພື່ອສະແດງເຖິງຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ
ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານຂອງບັນພະບູລຸດ ກໍຄືນັກຮົບປະຕິວັດທີ່ເສຍສະຫລະຊີວິດເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ປະຊາຊົນປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກກະລາດສະຖາປານາເປັນສາທາລະນະລັດ
ປະຊາທິປະໄຕ ປະຊາຊົນ
ໃນວັນທີ 2 ທັນວາ 1975 ຊຶ່ງຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງດັ່ງກ່າວ ໄດ້ຖືກຈາລຶກໄວ້ໃນຈິດໃຈຂອງປວງຊົນລາວທັງຊາດຕະຫລອດໄປ.
ການວາງພວງມາລາ ແລະ ກະຕ່າດອກໄມ້ຂອງຄະນະຜູ້ແທນ ສສຊ
ຄັ້ງນີ້ ແມ່ນໃນໂອກາດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະໄຂຂຶ້ນແຕ່ວັນທີ 20-23 ເມສານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ກອງປະຊຸມຄັ້ງສຳຄັນນີ້ ຈະໄດ້ພິຈາລະນາ ແລະ ຮັບ ຮອງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ, ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ໂຄງປະກອບການຈັດຕັ້ງລັດຖະ ບານຊຸດໃໝ່, ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ບັນຫາສຳຄັນຂອງຊາດອື່ນໆ.

No comments:
Post a Comment