ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20
ເມສານີ້ ທ່ານ ຈັນສີ ໂພ ສີຄໍາ
ຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ລາຍງານຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງ ຊາດຊຸດທີ
VIII
ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII ວ່າ:ແມ່ນເຫດການປະຫວັດສາດສໍາຄັນຂອງຊາດ,ມີຄວາມໝາຍທາງດ້ານການເມືອງຢ່າງໜັກແໜ້ນ,ຢັ້ງຢືນເຖິງຄວາມເປັນເອກະລາດ ແລະ ຄວາມເຊື່ອໝັ້ນຂອງປວງຊົນລາວທັງຊາດ ທີ່ມີຕໍ່ການນໍາຂອງພັກ
ແລະ ລັດ,
ທັງແມ່ນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີລັກສະນະຂອງພັກ, ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງປະຕິບັດຜົນສໍາເລັດຂອງມະຕິກອງປະຊຸມໃຫຍ່ຄັ້ງທີ
IX
ຂອງພັກ
ເພື່ອກ້າວເຂົ້າສູ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກ່ຽວກັບການປັບປຸງ
ລະບົບອໍານາດລັດປະຊາທິປະໄຕປະຊາຊົນຂອງພວກເຮົາ,ແມ່ນໝາກຜົນປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ
ກໍຄືການຈັດຕັ້ງປະຕິບັດສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວໃນການສືບຕໍ່ກໍ່ສ້າງ ແລະ
ບູລະ
ນະລະບອບປະຊາທິປະໄຕປະຊາຊົນ, ປະກອບສ່ວນເຂົ້າໃນການເພີ່ມທະວີສະຖຽນລະພາບທາງດ້ານການເມືອງ, ຄວາມສາມັກຄີເປັນອັນໜຶ່ງດຽວຂອງປວງຊົນລາວທັງຊາດ ແລະ
ເຊີດຊູບົດບາດຂອງປະເທດຊາດໃນເວທີສາກົນ ໃຫ້ນັບມື້ນັບສູງຂຶ້ນ.
ການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດຊຸດທີ VIII ໄດ້ແບ່ງອອກເປັນ 18 ເຂດເລືອກຕັ້ງ,ມີໜວ່ຍປ່ອນບັດເລືອກຕັ້ງທົ່ວປະເທດທັງໝົດ 6.669
ໜ່ວຍ, ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດຈໍານວນ
3.733.932
ຄົນ,ຍິງ 1.851.987
ຄົນ.ໃນນັ້ນ,
ຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງທັງໝົດຈໍານວນ 3.657.026
ຄົນ,ຍິງ 1.797.319 ຄົນ,
ເທົ່າກັບ 98%.ຜູ້ສະໝັກສະມາຊິກສະພາແຫ່ງຊາດຊຸດທີ VIII ມີຈໍານວນທັງໝົດ210 ທ່ານ, ຍິງ 51 ທ່ານ.
ຜ່ານການເລືອກຕັ້ງໃນວັນທີ 20 ມີນາທີ່ຜ່ານມາສາມາດເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ VIII ທັງໝົດ 149 ທ່ານ,ໃນນັ້ນເພດຍິງ 41 ທ່ານກວມ 27,5%
ທຽບໃສ່ສະມາຊິກສະພາແຫ່ງຊາດຊຸດທີ VII ເພີ່ມຂຶ້ນ 2,5% ໃນຈໍານວນສະມາຊິກສະພາແຫ່ງຊາດຊຸດທີ VIII ສັງກັດຢູ່ບັນດາຂະແໜງການ ແລະ ອົງການອ້ອມຂ້າງສູນກາງມີຈໍານວນ 55 ທ່ານ, ຍິງ 16 ທ່ານ, ຢູ່ທ້ອງຖິ່ນໃນທົ່ວປະເທດ
94
ທ່ານ, ຍິງ 25 ທ່ານ, ສະມາຊິກສະພາແຫ່ງຊາດຊຸດທີ
VII
ໄດ້ຮັບການເລືອກຕັ້ງຄືນໃໝ່ 39 ທ່ານ, ຍິງ 18 ທ່ານ, ສັງກັດລັດວິສາຫະກິດ
2
ທ່ານ, ລັດວິສາຫະກິດພາກເອກະຊົນ
6
ທ່ານ, ຍິງ 2 ທ່ານ.

No comments:
Post a Comment