Ad

Ad

31 May 2016

ໄດ້ແລ້ວຕົວແທນ 3 ຄົນເຂົ້າຮ່ວມການແຂ່ງຂັນຖາມ-ຕອບອາຊຽນຄັ້ງທີ VII

          ສປປ ລາວ ສາມາດຄັດເລືອກໄດ້ແລ້ວຕົວແທນ 3 ຄົນ ແລະ ສຳຮອງ 1 ຄົນ ເພື່ອເຂົ້າຮ່ວມການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນຄັ້ງທີ VII ( 7th Regional ASEAN Quiz ) ເຊິ່ງຈະຂຶ້ນໃນທ້າຍເດືອນສິງຫາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ຂະນະທີ່ຈຳນວນນັກຮຽນລາວຜູ້ທີ່ໄດ້ຮັບຄັດເລືອກຄັ້ງນີ້ ຕັ້ງຄວາມຫວັງໄວ້ວ່າຈະສູ້ຊົນຍາດເອົາລາງວັນໃດໜຶ່ງ ເພື່ອເປັນຂອງຂວັນໃນນາມເປັນເຈົ້າພາບ. ເຊິ່ງການແຂ່ງຂັນຄັດເລືອກດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 27 ພຶດສະພາ 2016 ທີ່ ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ
ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມີນ້ອງນັກຮຽນຈຳນວນ 30 ຄົນຈາກທົ່ວປະເທດເຂົ້າຮ່ວມເພື່ອຄັດເລືອກເອົາຕົວແທນຂອງ ປະເທດ  3 ຄົນ ແລະ ສຳຮອງ 1 ຄົນ   ເພື່ອໄປແຂ່ງຂັນລະດັບພາກພື້ນຮ່ວມກັບອີກ 9 ປະເທດສະມາຊິກອາຊຽນ ໃນເດືອນສິງຫານີ້.

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ມີຄຳເຫັນວ່າ: ການແຂ່ງຂັນດັ່ງ ກ່າວຖືເປັນໜຶ່ງໃນຫລາຍໆກິດຈະກຳທີ່ສຳຄັນຂອງອາຊຽນໂດຍມີຈຸດປະສົງແນ່ໃສ່ເພື່ອໂຄສະນາເຜີຍແຜ່, ສົ່ງເສີມນ້ຳໃຈອັນດີງາມ ແລະ ຄວາມສາມັກຄີ ລະຫວ່າງບັນດາຊາວໜຸ່ມນັກຮຽນ-ນັກສຶກສາອາຊຽນ ໂດຍຜ່ານການແຂ່ງຂັນຖາມ-ຕອບ ເຊິ່ງຈະເຮັດໃຫ້ມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບຄວາມເປັນມາ ແລະ ການເຄື່ອນໄຫວພາຍໃນຄອບຄົວອາຊຽນ ລວມທັງວິວັດທະນາການທາງດ້ານປະ ຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດຂອງບັນດາປະເທດພາຍໃນຂົງເຂດອາຊີຕະເວັນອອກສ່ຽງໃຕ້ຂອງພວກເຮົາ. ໃນການເປັນປະທານໝູນວຽນອາຊຽນ ຂອງສປປ ລາວ ໜຶ່ງໃນບັນດາວຽກທີ່ສຳຄັນຄື ການຈັດກອງປະຊຸມສຸດຍອດບັນດາຜູ້ນຳອາຊຽນ ໃນເດືອນກັນຍາທີ່ຈະມາເຖິງນີ້ ລວມທັງກອງປະຊຸມຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເຊິ່ງແມ່ນໜຶ່ງກອງປະຊຸມລະດັບສູງ ທີ່ມີຄວາມໝາຍສຳຄັນຫລາຍໃນສາມເສົາຄ້ຳຂອງປະຊາຄົມອາຊຽນ ໂດຍລັດຖະບານເຮົາໄດ້ມອບໝາຍໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົວແທນຕາງໜ້າໃຫ້ທັງໝົດ 14 ຂະແໜງການໃນປີກວັດທະນະທຳ-ສັງຄົມ ຂອງປະເທດເຮົາເປັນເຈົ້າການໃນການເປັນຈຸດປະສານງານຫລັກ ທັງເປັນເຈົ້າການໃນການກະກຽມ ແລະ ຈັດກອງປະຊຸມດັ່ງກ່າວເປັນຮອບທຳອິດ ທີ່ແຂວງຫລວງພະບາງ ລະຫວ່າງວັນທີ 1-5 ມິຖຸນາ 2016 ນີ້. 

No comments:

Post a Comment