Ad

Ad

27 May 2016

ທະນາຄານ​ໂລກປະຈຳ​ ສປປ ລາວ​ຢືນຢັນ​ໃຫ້​ທຶນຊ່ວຍ​ເຫຼືອລາວ​ຕື່ມ​ອີກ 30 ລ້ານ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ ທລຍ ​ໄລຍະ III

         
 ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ​ໄລຍະ II ປີ 2012-2015 ຜ່ານ​ມາ, ​ໂດຍ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຫລ້າ ​ແລະ ທຶນ​ສົມທົບ​ລັດຖະບານ ຈຳນວນ​ທັງ​ໝົດ 1.426 ​ໂຄງການເຊັ່ນ: ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງເສັ້ນທາງ​ຊົນນະບົດ ຈຳນວນ 225 ​ເສັ້ນ, ຍາວ 1.228 ກິ​ໂລ​ແມັດ, ​ໂຄງການສ້າງ​ຂົວ 45 ​ແຫ່ງ; ​ໂຄງການຈັດ​ສັນ​ຜັງ​ບ້ານ ​ແລະ ທໍ່​ລອດ​ທາງ 18 ​ແຫ່ງ; ​ໂຄງການ​ສະໜອງຕາ​ຄ່າ​ຍ​ໄຟຟ້າ​ຂະໜາດ​ນ້ອຍ 18 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ໂຮງຮຽນ 386 ​ແຫ່ງ; ​ໂຄງການກໍ່ສ້າງ ​ແລະ ສ້ອມ​ແປງ​ລະບົບ​ນ້ຳ​ສະອາດ 711 ​ແຫ່ງ; ​ໂຄງການ​ກໍ່ສ້າງ ​ແລະ ສ້ອມ​ແປງ​ຊົນລະປະທານ ​ແລະ ຝາຍ​ກັ້ນ​ນ້ຳ 63 ​ແຫ່ງ ​ແລະ ​ໂຄງການ​ຕະຫຼາດ​ຊຸມ​ຊົນ 10 ​ແຫ່ງ , ມີມູນ​ຄ່າ 300 ກວ່າ​ຕື້​ກີບ, ທີ່​ນອນ​ຢູ່​ເຂດ​ເປົ້າ​ໝາຍ​ຫຼາຍ​ກວ່າ 1.300 ​ບ້ານ, ກວມ​ເອົາ 683.797 ກວ່າ​ຄົນ. ​ໃນ​ນັ້ນ, ​ເປັນ​ເພດ​ຍິງ​ກວມ​ເອົາ​ 50 % ​ແລະ ຊົນ​ເຜົ່າ​ສ່ວນ​ນ້ອຍ​ຫຼາຍ​ກວ່າ 60 % ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ໝົດ. ຄຽງ​ຄູ່​ກັນນັ້ນ, ທລຍ ຍັງໄດ້ເອົາໃຈໃສ່ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແລະ ປະຊາຊົນ ໃຫ້ເພີງຕົນ​ເອງ, ກຸ້ມ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ອັນໄດ້ປະກອບ​ສ່ວນສຳຄັນໃນການຍູ້​ແຮງ​ວຽກ​ງານ​ລຶບລ້າງຄວາມທຸກຍາກຢ່າງມີ​ຜົນສຳ​ເລັດ ແລະ ບັນລຸເປົ້າໝາຍທີ່​ວາງ​ໄວ້.

          ​ໃນ​ວັນ​ທີ 25 ພືດ​ສະພານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງຊາລີເບີນນິ່ງແຮມ (Sally Burningham), ຫົວໜ້າ​ຫ້ອງການ​ທະນາຄານ​ໂລກ ປະຈຳ ສປປ ​ລາວ ກໍ​ໄດ້​ເຂົ້າ​ລາຍ​ງານ ກ່ຽວ​ກັບ​ການ​ຮອງ​ຮັບ​ໃຫ້​ທຶນຊ່ວຍເຫລືອລາວຕື່ມອີກ 30 ລ້ານ​ໂດ​ລາ​ສະຫະລັດແລະ ທຶນ​ສົມທົບລັດຖະບານ 6 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ ທລຍໄລຍະ III ຕໍ່ຜູ້​ຕາງໜ້າ​ໃຫ້​ລັດຖະບານ ໂດຍ ທ່ານ ສົມ​ສະ​ນິດ ສຸວັນນະ​ລາດ, ຮອງ​ລັດຖະມົນຕີ, ຮອງ​ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງແລະ ທ່ານ ສົມ​ສະ​ນິດ ກໍ​ໄດ້​ສະ​ແດງຄວາມ​ຂອບ​ໃ​ຈຕໍ່ການຊ່ວຍເຫລືອອັນລ້ຳຄ່າດັ່ງກ່າວແລະ ຈະນຳໃຊ້ບ້ວງເງິນຊ່ວຍເຫລືອນີ້ໃຫ້ເກີດປະໂຫຍດສູງສຸດແລະ ພ້ອມນີ້ ທ່ານ ສົມສະນິດໄດ້ມີຄຳເຫັນວ່າ: ບັນຫາທີ່ໜຶ່ງ: ພາຍຫຼັງ​ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ຄະນະ​ລັດ ຖະບານ​ຊຸດ​ໃໝ່​ແລ້ວ, ລັດຖະບານ​ໄດ້​ມີ​ການ​ປັບປຸງ​ກົງຈັກ​​ຄືນ​ໃໝ່, ​ໃນ​ນັ້ນຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນ​ສູນ​ກາງກໍ​ມີ​ຜົນງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາຊົນບັນດາ​ເຜົ່າ, ລັດຖະບານ​ຈຶ່ງ​ໄດ້​ຍົກ​ຖານະ​ບົດບາດ​ຂອງ ຄະນະ​ໃຫ້​ສູງ​ເດັ່ນ​ຂຶ້ນ ​ແລະ ​ໄປ​ສັງ​ກັດ​ຢູ່​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ຄາດວ່າຈະສ້າງ​ເປັນ​ກະຊວງ​ກະສິກໍາ-ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ແລະ ເປັນໂອກາດດີ ເພື່ອຮັດແໜ້ນການຮ່ວມມື ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຜົນສຳເລັດ​ແລະ ຕີ​ລາຄາ​ສູງ ຕໍ່​ທະນາຄານ​ໂລກທີ່​ໄດ້​ໃຫ້ການ​ສະໜັບສະໜູນວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ຢູ່ ສປປ ລາວ ມາ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຜົນ​ສໍາ​ເລັດ​ດີ, ເປັນຕົ້ນແມ່ນ: ທາງ​ດ້ານ​ວິຊາ​ການ, ດ້ານ​ການ​ເງິນ ​ແລະ ດ້ານ​ບໍລິຫານ​ຈັດການໂຄງການ ແລະ ການ​ຮ່າງ​ມາດຕະຖານ​ຄວາມທຸກ​ຍາກ 2016-2020 ອີກດ້ວຍ

No comments:

Post a Comment