Ad

Ad

30 May 2016

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳເລັດການ ເຂົ້າຮ່ວມກອງປະຊຸມ ຈີ7 ທີ່ ເມືອງອິເຊະ-ຊິມະ ຍີ່ປຸ່ນ

          ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໃນຖານະປະເທດເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດກຸ່ມ ຈີ7. ໃນວັນທີ 26-27 ພຶດສະພານີ້ ທີ່ເມືອງອິເຊະ-ຊິມະ ປະເທດຍີ່ປຸ່ນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນຖານະປະທານໝູນວຽນອາຊຽນ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະກັບພາຍນອກຂອງກຸ່ມ ຈີ7 ຢ່າງມີຜົນສຳເລັດຄື :
          ໃນວັນທີ 27ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວກັບບັນດາປະເທດສະມາຊິກກຸ່ມ ຈີ7 ຄື: ຍີ່ປຸ່ນ, ການາດາ, ຝຣັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ສະຫະລັດ
ອາເມລິກາ ແລະ ສະຫະພາບ ເອີຣົບ. ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຕ່າງໆກ່ຽວກັບ ການພັດທະນາປະເທດ ແລະ ພາກພື້ນຕ່າງໆ ເພື່ອຊອກຫາຊ່ອງທາງ ແລະ ມາດຕະການໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນອາຊີ ກໍຄືການຮ່ວມມືເພື່ອບັນລຸວາລະ 2030 ເພື່ອການພັດທະນາທີ່ຍືນຍົງ ໂດຍຜ່ານການຊຸກຍູ້ການພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ການສົ່ງເສີມການເຊື່ອມຈອດ ໃນຮູບແບບຂະຫຍາຍຕົວທີ່ຍືນຍົງ ແລະ ການສ້າງພື້ນຖານທາງສັງຄົມ ເພື່ອຮັບມືກັບໄພພິບັດທຳມະຊາດ ໄດ້ທັນການຢູ່ອາຊີ. ນອກນັ້ນ, ກໍຍັງໄດ້ປຶກສາຫາລືບັນຫາການຮັບປະກັນການເປີດກວ້າງ ແລະ ຄວາມໝັ້ນຄົງໃນທະເລ, ການຮ່ວມມືດ້ານສາທາລະນະສຸກ ແລະ ວຽກງານແມ່ຍິງນຳອີກ.
           ທ່ານນາຍົກ ທອງລຸນ ສີສຸລິດ, ກໍໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ປະຊາຄົມເສດຖະກິດອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນທ້າຍປີ 2015, ເຊິ່ງເປັນເວລາດຽວກັນທີ່ບັນດາປະເທດໃນທົ່ວໂລກພວມສຸມໃສ່ການຈັດຕັ້ງປະຕິບັດວາລະ 2030 ຂອງສະຫະປະຊາຊາດ ເພື່ອການພັດທະນາທີ່ຍືນຍົງ. ຕະຫຼອດໄລຍະເກືອບ 5 ທົດສະວັດ ແຫ່ງ ການເຕີບໃຫຍ່ຂະຫຍາຍຕົວຂອງອາຊຽນ, ໄດ້ມີຄວາມພະຍາຍາມໃນການກະກຽມຄວາມພ້ອມພື້ນຖານ ໃນການສ້າງປະຊາຄົມເສດຖະກິດອາຊຽນ, ໂດຍສະເພາະແມ່ນຄວາມພະຍາຍາມໃນການເຊື່ອມໂຍງພາກພື້ນ ແລະ ສາກົນ. ຢ່າງໃດກໍ່ຕາມ, ບັນຫາທ້າທາຍຕົ້ນຕໍສຳລັບອາຊຽນໃນການບັນລຸເປົ້າໝາຍດັ່ງກ່າວນັ້ນແມ່ນພາຍໃນອາຊຽນ ຍັງມີຄວາມແຕກໂຕນກັນດ້ານການພັດທະນາ ແລະ ໂຄງລ່າງເສດຖະກິດ ແລະ ອີກປັດໃຈໜຶ່ງສຳຄັນຕົ້ນຕໍແມ່ນຍ້ອນໂຄງລ່າງພື້ນຖານທີ່ບໍ່ພຽງພໍ ແລະ ບໍ່ໄດ້ມາດຕະຖານ ອັນເປັນສິ່ງກີດຂວາງຫຼັກໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ການຈໍລະຈອນສິນຄ້າ, ການບໍລິການ ແລະ ການລົງທຶນ ຢູ່ໃນອາຊຽນ.
            ທ່ານນາຍົກ ກ່າວຢໍ້າວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອຍາວນານກັບທຸກປະເທດໃນທົ່ວໂລກ, ລວມທັງປະເທດສະມາຊິກກຸ່ມ ຈີ7 ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດສະມາຊິກຸ່ມ ຈີ7, ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລາວ ທີ່ອີງໃສ່ເປົ້າໝາຍສະຫັດສະວັດ ເພື່ອການພັດທະນາຂອງສະຫະປະຊາຊາດ, ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດໃນດ້ານຕ່າງໆ ແລະ ການພັດທະນາເສດຖະກິດແບບຍຶນຍົງ ອັນໄດ້ປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມຂອງລາວ ໃນການລົບລ້າງຄວາມທຸກຍາກ ແລະ ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020 ແລະ ສ້າງເງື່ອນໄຂເພື່ອກ້າວເຂົ້າສູ່ການຫັນເປັນອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນຖານະທີ່ເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ສປປ ລາວ ຍັງຕ້ອງການການສະໜັບສະໜູນເພີ່ມຂຶ້ນ ທັງທາງດ້ານວິຊາການ ແລະ ທາງດ້ານການເງິນ ຈາກບັນດາຜູ້ໃຫ້ທຶນສາກົນ ເພື່ອເຮັດໃຫ້ຄວາມໝາຍໝັ້ນ ໃນການຫັນປ່ຽນປະເທດຈາກທີ່ບໍມີຊາຍແດນຕິດທະເລ ໃຫ້ການເປັນປະເທດເຊື່ອມຕໍ່ ແລະ ເປັນສູນກາງແຫ່ງເຄືອຂ່າຍຄົມມະນາຄົມຂົນສົ່ງຂອງພາກພື້ນ, ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ທ່າເຮືອ, ເສັ້ນທາງລົດໄຟ, ການຂົນສົ່ງທາງອາກາດ ແລະ ອື່ນໆ.

          ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື ລາວ-ຍີ່ປຸ່ນ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອໃຫ້ໜັກແໜ້ນຂຶ້ນກວ່າເກົ່າ. ນອກຈາກນັ້ນ, ກໍໄດ້ພົບປະສອງຝ່າຍບໍ່ເປັນທາງການ ກັບທ່ານນາຍົກລັດຖະມົນຕີ ອີຕາລີ ແລະ ນາຍົກລັດຖະມົນຕີ ການາດາ   ໃນໄລຍະກອງປະຊຸມ ເພື່ອທັກທາຍແນະນຳຕົວ ແລະ ທ່ານນາຍົກເຮົາກໍໄດ້ຮັບຄວາມຊົມເຊີຍຕໍ່ການໄດ້ຮັບໜ້າທີ່ເປັນນາຍົກລັດຖະມົນຕີ  ສປປ ລາວ ຄົນໃຫມ່.

No comments:

Post a Comment