Ad

Ad

27 May 2016

ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ເນັ້ນຄະນະ​ລັດຖະບານ​ຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​​ໃຫ້​ຫລາຍ​ຂຶ້ນ

           ​ໃນໂອກາດໂອ້ລົມຊີ້ນຳຕໍ່ກອງປະຊຸມຄະນະລັດຖະບານປະຈຳເດືອນພຶດສະພາ 2016 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ເນັ້ນໃຫ້ແຕ່ລະກະຊວງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ພາຍຫລັງເຫັນວ່າໃນປີນີ້ປະເທດ​​ເຮົາຈະມີເຫດການສຳຄັນເກີດຂຶ້ນ ຄືໄດ້ມອບໝາຍໃຫ້ກະຊວງປ້ອງກັນປະເທດເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນຊາເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ຮັບປະກັນຄວາມປອດໄພທົ່ວປວງຊົນແລະ ຮອບດ້ານໃຫ້ແກ່ການທ່ອງທ່ຽວ, ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ ກໍຄືກອງປະຊຸມສຸດຍອດອາຊຽນປີ 2016, ​ໃຫ້ກະຊວງປ້ອງກັນຄວາມສະຫງົບເພີ່ມທະວີຄວາມເອົາໃຈໃສ່ສົມທົບກັບທຸກພາກ ສ່ວນແລະ ທ້ອງຖິ່ນເລັ່ງແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆ​​ໃນສັງຄົມເປັນຕົ້ນບັນຫາຢາເສບຕິດ, ການປຸ້ນຈີ້-ຊິງຊັບ, ​ແກ໊ງກວນເມືອງ, ອຸປະຕິເຫດບົນທ້ອງຖະໜົນແລະ ອື່ນໆ, ​ໃຫ້ກະຊວງໂຍທາທິການ ແລະ
ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂບັນຫາຈາລະຈອນແອອັດໃນຕົວເມືອງ, ການຈອດລົດຊະຊາຍ ເພື່ອຮັບປະກັນໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນມີຄວາມປອດໄພ, ຫຼຸດຜ່ອນ​ການ​ເກີດ​ອຸປະຕິ​ເຫດ ແລະ ຫຼຸດຜ່ອນມົນລະພິດຂອງ​ຕົວ​ເມືອງ; ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃນການກ້າວເຂົ້າສູ່ການຜະລິດລະດູຝົນ, ລວມທັງການຕ້ານແລ້ງ-ຕ້ານຖ້ວມ, ການຕ້ານ ແລະ ກໍາຈັດສັດຕູພືດ ແລະ ບັນຫາອື່ນໆໄວ້ແຕ່ຫົວທີ ແລະ ໃນເດືອນມິຖຸນາຈະມີວັນສໍາຄັນຕ່າງໆ ເປັນຕົ້ນວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ຈຶ່ງມອບໃຫ້ກະຊວງກະສິກໍາ ສົມທົບກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ກະກຽມໃຫ້ທຸກພາກສ່ວນຈັດຕັ້ງການປູກຕົ້ນໄມ້ຢ່າງເປັນຂະບວນ ແລະ ໃຫ້ມີບັນຍາກາດຟົດຟື້ນທົ່ວປວງຊົນ ໂດຍເນັ້ນໃສ່ປູກຈິດສໍານຶກໃຫ້ເດັກນ້ອຍຮູ້ຈັກອະນຸລັກຮັກສາປ່າໄມ້, ແຫຼ່ງນໍ້າ ແລະ ຊີວະນາໆພັນ ແລ້ວລາຍງານໃຫ້ລັດຖະບານຮັບຊາບ; ໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ຕໍ່ການສອບເສັງຈົບຊັ້ນຂັ້ນຕ່າງໆໃຫ້ໄດ້ດີ ແລະ ມີປະສິດທິຜົນ ແລະ ສ້າງກິດຈະກໍາຕ່າງໆໃຫ້ແກ່ນັກຮຽນ-ນັກສຶກສາ ໃນຍາມພັກແລ້ງນີ້ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ພວກລູກຫຼານຂອງພວກເຮົາຫ່າງໄກຈາກສິ່ງເສບຕິດ ແລະ ສິ່ງຫຍໍ້ທໍ້ຕ່າງໆ; ໃຫ້ກະຊວງການຕ່າງປະເທດ ສ້າງແຜນການເຄື່ອນໄຫວໃຫ້ແກ່ຜູ້ນໍາພັກ-ລັດໃນການເດີນທາງໄປເຄື່ອນໄຫວວຽກງານການຕ່າງປະເທດ,​ ການເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ​ເອົາ​ໃຈ​ໃສ່​ກະກຽມການເປັນປະທານກອງປະຊຸມອາຊຽນ ແລະ ການກະກຽມຕ້ອນຮັບບັນດາປະມຸກລັດ, ຫົວໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງບັນດາປະເທດເພື່ອນມິດທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ; ​ໃຫ້ກະຊວງອຸດສາຫະກໍາ-ການຄ້າ ເອົາໃຈໃສ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ​ອຸປະ​ໂພ​ກ-ບໍລິ​ໂພ​ກທີ່​ນໍາ​ເຂົ້າ​ຈາກ​ຕ່າງປະ​ເທດຄວນມີ​ກາໝາຍສະຕິ​ກ​ເກີ ​ເພື່ອ​ຫັນ​ເຂົ້າສູ່​ລະບຽບ ​​ເຮັດ​ໃຫ້ສາມ​າດ​ຄຸ້ມ​ຄອງ ​ແລະ ສ້າງ​ລາຍ​ຮັບ​ເພີ່ມ; ​ໃຫ້ກະຊວງພະລັງ ແລະ ບໍ່ແຮ່, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການຂຸດຄົ້ນບໍ່ແຮ່ທີ່ໄດ້ຮັບການອະນຸມັດແລ້ວ ແລະ ໂຄງການທີ່ສະເໜີໃໝ່ ວ່າມີຄວາມຄືບໜ້າແນວໃດ ແລະ ລັດຖະບານຈະມີຜົນໄດ້ຜົນເສຍແນວໃດຕໍ່ໂຄງການສະເໜີມາໃໝ່ ແລ້ວໃຫ້ລາຍງານຄວາມຄືບໜ້າຕໍ່ລັດຖະບານຢ່າງເປັນປະຈໍາ; ໃຫ້ກະຊວງສາທາລະນາສຸກ ເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດລະບາດ ເປັນຕົ້ນຖອກທ້ອງ, ໄຂ້ເລືອດອອກ, ໄຂ້ທໍລະພິດ ແລະ ເອົາໃຈໃສ່ກວດກາສານປົນເປື້ອນໃນອາຫານແລະໃຫ້ກະຊວງຍຸຕິທໍາເອົາໃຈໃສ່ສົມທົບກະຊວງຕ່າງໆ ກະກຽມໃຫ້ດີການສ້າງແລະ ປັບປຸງຮ່າງກົດໝາຍຈໍານວນໜຶ່ງເພື່ອນໍາສະເໜີຜ່ານລັດຖະບານໃນເດືອນກໍລະກົດເພື່ອຈະໄດ້ນໍາະເໜີຜ່ານກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນເດືອນຕຸລາປີນີ້.

No comments:

Post a Comment