Ad

Ad

31 May 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບຜູ້ແທນນະຄອນໂຮ່ຈີ່ມິງ

          ໃນວັນທີ 30 ພຶດສະພານີ້ ທີ່ສນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດິງ ລາ ທັງ ກຳ ມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ສະມາຊິກສະພາແຫ່ງຊາດ, ເລຂາຄະນະພັກ ນະຄອນໂຮ່ຈີມິງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 29 ພຶດສະພາ - 01 ມິຖຸນານີ້.
          ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມລາວຂອງ ທ່ານ ດິງ ລາ ທັງ ແລະ ຄະນະ ໃນຄັ້ງນີ້ ເຊິ່ງຍາມໃດ ພັກ-ລັດ ແລະ ປະຊາຊົນນະຄອນໂຮ່ຈີມິງ ກໍ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ເວົ້າສະເພາະ ກໍ່ແມ່ນລະ ຫວ່າງ
ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີ່ມິນ ເປັນຕົ້ນການຊ່ວຍເຫຼືອໃນຂົງເຂດວຽກງານການເກັບລາຍຮັບ ຂອງນະຄອນຫຼວງວຽງຈັນ ຊຶ່ງກໍ່ເປັນອີກບັນຫາໜຶ່ງ ທີ່ ນະຄອນຫຼວງວຽງຈັນ ກໍ່ຄື ສປປ ລາວ ຍັງພົບຄວາມຫຍຸ້ງຍາກ ລວມເຖິງຂໍ້ຕົກລົງການຮ່ວມມືໄລຍະໃໝ່ ລະຫວ່າງສອງນະຄອນ ອັນເປັນການປະກອບສ່ວນກະກຽມໃຫ້ແກ່ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນທ້າຍປີນີ້ ແລະ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສັນຍາການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ.

          ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ດິງ ລາ ທັງ ຕ່າງກໍ່ໄດ້ສະແດງຄວາມເຊື່ອໝັ້ນວ່າ ທັງສອງຝ່າຍຈະພ້ອມກັນຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມ ທີ່ມາລົງທຶນຢູ່ລາວ ໃຫ້ສາມາດຈັດຕັ້ງປະ ຕິບັດບັນດາໂຄງການການຮ່ວມມື ຢ່າງມີໝາກຜົນຕົວຈິງ ປະກອບສ່ວນສຳຄັນ ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງລາວ, ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາ ມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ການນຳລຸ້ນທຳອິດ ໄດ້ເພີ່ມພູນຄູນສ້າງເລື້ອຍມາ ໃຫ້ມີຄວາມຍືນຍົງຄົງຕົວຕະຫຼອດໄປ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ດິງ ລາ ທັງ ແລະ ຄະນະ ຈົ່ງປະສົບຜົນສຳເລັດ ໃນການມາຢ້ຽມຢາມລາວໃນເທື່ອນີ້.

No comments:

Post a Comment