Ad

Ad

30 May 2016

ລາວ ແລະ ຄູ່ຮ່ວມພັດທະນາຫາລືການເສີມສ້າງຄວາມເຂັ້ມແຂງໃນການແກ້ໄຂຄວາມທຸກຍາກ

           ເມື່ອທ້າຍອາທິດຜ່ານມາ, ລັດຖະບານລາວຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ສາກົນ ໄດ້ຈັດກອງປະຊຸມພົບປະເປັນຄັ້ງທີ 9 ເພື່ອປຶກສາຫາລືກ່ຽວກັບການຊອກຫາຊ່ອງທາງໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກ ແລະ ພັດທະນາໄປຕາມທິດຍືນຍົງ ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະ ທ່ານອຸປະທູດສະຫະພາບເອີຣົບປະຈຳລາວເຂົ້າຮ່ວມນຳດ້ວຍ.

            ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືຫລາຍບັນຫາສຳຄັນທີ່ຕິດພັນກັບການສ້າງນະໂຍ ບາຍ ເພື່ອຊ່ວຍເພີ່ມຄວາມອາດສາມາດໃນການແຂ່ງຂັນທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ນະໂຍບາຍ ເພື່ອ
ຊ່ວຍສົ່ງເສີມການຜະລິດກະສິກຳປະເພດຢາງພາລາ, ສາລີ, ມັນຕົ້ນ ແລະ ງົວ-ຄວາຍທີ່ມີຄວາມສຳຄັນໃນການຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດ. ຕາມຜົນການສຶກສາວິໄຈ ແລະ ຂໍ້ສະເໜີແນະຂອງທະນາຄານໂລກ ພາຍໃຕ້ໂຄງການສະໜັບສະໜູນທຶນພັດທະນາການຄ້າໄລຍະສອງ (TDFII) ທີ່ທະນາຄານໂລກເປັນຜູ້ບໍລິຫານ ເຊິ່ງເຫັນວ່າບັນດາຕ່ອງໂສ້ຂອງຜະລິດຍັງບໍ່ມີປະສິດທິຜົນສູງ ໂດຍສະເພາະແມ່ນຂອດປຸງແຕ່ງ ເພື່ອຍົກສູງມູນຄ່າເພີ່ມ ເຊິ່ງຜ່ານມາສິນຄ້າຂອງລາວສ່ວນຫລາຍຍັງເປັນວັດຖຸດິບ ຈຶ່ງເຮັດໃຫ້ມີມູນຄ່າຕໍ່າເຊັ່ນ: ຢາງພາລາ, ສາລີ, ມັນຕົ້ນ ແລະ ງົວ-ຄວາຍ. ດັ່ງນັ້ນ ເພື່ອຊ່ວຍໃນການຊອກຫາຊ່ອງທາງ ລັດຖະບານລາວຈະຕ້ອງໄດ້ເພີ່ມທະວີໃຫ້ການສະໜັບສະໜູນແກ່ຊາວນາ ແລະ ປະຊາຊົນຜູ້ທີ່ທຸກຍາກໃຫ້ມີປະສິດທິຜົນສູງຂຶ້ນ ໂດຍສະເພາະຢູ່ 6 ແຂວງທຸກຍາກ ຄືຫລວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ວຽງຈັນ, ຊຽງຂວາງ ແລະ ນະຄອນຫລວງວຽງຈັນ ໃນການສົ່ງເສີມການຜະລິດ ແລະ ຂອດການປຸງແຕ່ງໃຫ້ດີຂຶ້ນ ເພື່ອຊ່ວຍໃຫ້ປະຊາຊົນມີລາຍຮັບໝັ້ນຄົງ.

No comments:

Post a Comment