Ad

Ad

26 May 2016

ມອບ-ຮັບໜ້າທີ່ອຳນວຍການຫໍວັດທະນະທໍາແຫ່ງຊາດ

          ພິທີມອບ-ຮັບ ຫົວໜ້າອໍານວຍການຫໍວັດທະນະທໍາແຫ່ງຊາດ ລະຫວ່າງ ທ່ານ ບຸນຈັນ ພັນ ທະວົງ (ຜູ້ເກົ່າ) ອອກພັກຜ່ອນບໍານານ ແລະ  ທ່ານ ຄໍາພັນ ພົນທອງສີ ຂຶ້ນຮັບໜ້າທີ່ເປັນອຳນວຍການຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພານີ້, ທີ່ຫໍວັດທະນະທຳດັ່ງກ່າວ, ພ້ອມນີ້ຍັງໄດ້ແຕ່ງຕັ້ງ ທ່ານ ເພັດແກ້ວ ຈິດຕະພົງ, ທ່ານ ສົມຈິດ ລ່າບໍລິວັນ ແລະ ທ່ານ ພູນສີ ລາດຊະຈັກເປັນຮອງອໍານວຍການຫໍວັດທະນະທໍາດັ່ງກ່າວ, ໂດຍການເຂົ້າຮ່ວມ ແລະ ໂອ້ລົມຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເພື່ອໃຫ້ທິດຊີ້ນໍາວຽກງານບາງດ້ານໃຫ້ແກ່ຄະນະ
ອໍານວຍການຜູ້ໃໝ່, ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນໍາໆພາ ການເມືອງແນວຄິດຂອງພະນັກງານໃຫ້ໜັກແໜ້ນ, ເຂັ້ມແຂງນຳພາວຽກງານວິຊາສະເພາະຂອງຕົນໃຫ້ດີ ເພື່ອເປັນເສນາທິການໃຫ້ຂັ້ນເທິງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ  ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມ ແຂງ.

No comments:

Post a Comment