Ad

Ad

30 May 2016

ວາງສີລາລຶກໂຄງການກໍ່ສ້າງອາຄານປິ່ນປົວທົ່ວໄປໂຮງໝໍ 103 ຈາກການຊ່ວຍເຫລືອກະຊວງປ້ອງກັນປະເທດຈີນ

          ພິທີວາງສີລາລຶກໂຄງການກໍ່ສ້າງອາຄານປິ່ນປົວທົ່ວໄປ ໂຮງ ໝໍກອງທັບປະຊາຊົນລາວ 103, ໄດ້ມີຂຶ້ນໃນວັນທີ 27 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນໂທ ຈັນທະສອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ທ່ານ ພົນເອກ ສາງວ້ານສວນ ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ປ ຈີນ, ເອກອັກຄະລັດ ຖະທູດ ສ.ປ ຈີນ ປະຈຳລາວເຂົ້າຮ່ວມນຳດ້ວຍ.

          ໂຄງການກໍ່ສ້າງອາຄານດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກກະຊວງປ້ອງກັນປະເທດຈີນ, ໂດຍຈະສ້າງໃຫ້ເປັນອາຄານ 9 ຊັ້ນ ປະກອບມີ: ອາຄານປິ່ນປົວທົ່ວໄປ, ອາຄານສຳລັບຊ່ຽວ ຊານຈີນ,
ໃນເນື້ອທີ່ທັງໝົດ 24,756 ຕາແມັດ, ໂດຍແມ່ນກຸ່ມບໍລິສັດ ວິສະວະກໍາກໍ່ສ້າງຢຸນນານຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງຈະສ້າງໃຫ້ສໍາເລັດໃນເດືອນທັນວາປີ 2017 ນີ້  ແລະ ແມ່ນຜົນສຳເລັດໜຶ່ງແຫ່ງການພົວພັນຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ລະຫວ່າງລາວ-ຈີນ ກໍຄືຊາດ ລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

No comments:

Post a Comment