Ad

Ad

31 May 2016

ຫາລືເປີດໂຄງການຟື້ນຟູປ່າ ລາວ- ເກົາຫຼີ ຢູ່ເມືອງສັງທອງ ແລະ ເມືອງປາກຊ່ອງ

ວັນທີ 30 ພຶດສາພານີ້, ກົມປ່າໄມ້ຮ່ວມກັບສູນ Saemaul Undong Center ສ ເກົາຫຼີໄດ້ຈັດກອງປະຊຸມປຶກຫາລືເປີດໂຄງການຟື້ນຟູປ່າ ລາວ- ເກົາຫຼີ ຢູ່ເມືອງສັງທອງ ນະ ຄອນຫຼວງວຽງຈັນ ແລະ ເມືອງປາກຊ່ອງແຂວງຈຳປາສັກ ຂື້ນ, ທີ່ນະຄອນຫຼວງວຽງຈັນ,ໂດຍການເປັນປະທານຂອງທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ sho Myung Soo ຫົວໜ້າກອງເລຂາສູນ Saemaul Undong Center ສ ເກົາຫຼີ, ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມນຳດ້ວຍ.

ທ່ານປະທານກອງປະຊຸມມີຄຳເຫັນວ່າ: ນີ້ເປັນໂຄງການຮ່ວມມືລະຫວ່າງ ລາວ-ເກົາຫຼີ, ທີ່ນອນ
ຢູ່ໃນຂອບການຮ່ວມມືດ້ານປ່າໄມ້ລະຫວ່າງອາຊຽນ-ເກົາຫຼີ, ໂດຍຈະເລີ່ມຈັດຕັ້ງປະຕິບັດຢູ່ສອງເມືອງດັ່ງກ່າວເປັນທຳອິດ, ໃນຂອບງົບປະມານ 1,5 ລ້ານໂດລາສະຫາລັດ ແລະ ມີອາຍຸຈັດຕັ້ງປະ ຕິບັດພາຍໃນໄລຍະ 10 ປີ, ໃນເນື້ອທີ່ທັງໝົດ 3600 ເຮັກຕາ,ໃນນັ້ນຈະເລັ່ງປູກໄມ້ເພື່ອເປັນແກ່ນພັນໃນ 60 ພັນເຮັກຕາ, ປູກເສີມເຂດປ່າຊຸດໂຊມປະມານ 790 ເຮັກຕາ ແລະ ຊຸກຍູ້ປະຊາຊົນຟື້ນຟູປ່າແບບທຳມະຊາດ,ໂດຍເລັ່ງໃສ່ການປົກປັກຮັກສາຈຳນວນ 2770 ເຮັກຕາ, ເພື່ອສ້າງສອງເມືອງດັ່ງ ກ່າວເປັນຕົວແບບໃນການຟື້ນຟູປ່າໂດຍການນຳໃຊ້ບົດຮຽນ ແລະ ປະສົບການຕົວຈິງຂອງສູນ Sae maul Undong ຂອງ ສ ເກົາຫຼີທີ່ສາມາດນຳໃຊ້ໄດ້ໃນເງື່ອນໄຂ ແລະ ຈຸດພິເສດຂອງສອງເມືອງດັ່ງກ່າວໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານເຮົາ,ໂດຍສະເພາະຢູ່ໃຂນະແໜງປ່າໄມ້ກໍໄດ້ວາງແຜນການແຕ່ນີ້ຮອດປີ 2020 ,ຈະຕ້ອງສ້າງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານຕິດພັນກັບການພັດທະນາໃຫ້ໄດ້ 1500 ບ້ານ .

No comments:

Post a Comment