Ad

Ad

31 May 2016

ນາຍົກເນັ້ນໃຫ້ກະຊວງການເງິນຮີບຮ້ອນຄົ້ນຄວ້ານຳໃຊ້ເຄື່ອງມືທັນສະໄໝໃນການຈັດເກັບລາຍຮັບ

            ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ກະຊວງການເງິນ ຮີບຮ້ອນຄົ້ນຄວ້ານຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບຂອງຊາດ, ພາຍຫລັງເຫັນວ່າກົນໄກ ແລະ ເຄື່ອງມືທີ່ມີຍັງບໍ່ຮັດກຸມ ແລະ ບໍ່ທັນຕອບສະໜອງກັບຄວາມຮ້ອງການພັດທະນາຂອງປະເທດໄດ້ດີເທົ່າທີ່ຄວນ, ພ້ອມທັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການຍົກສູງນ້ຳໃຈຮັກຊາດຕັ້ງໜ້າປະຕິບັດພັນທະເສຍພາສີ-ອາກອນຕາມລະບຽບກົດໝາຍ.

     ການເນັ້ນຕໍ່ບັນຫາດັ່ງກ່າວຂອງທ່ານນາຍົກລັດຖະມົນຕີ ມີຂຶ້ນໃນກອງປະຊຸມລັດຖະບານປະຈຳເດືອນພຶດສະພາ 2016 ເຊິ່ງລັດຖະບານໄດ້ຮັບຮອງເອົາບົດລາຍງານສະພາບການຈັດຕັ້ງປະຕິ ບັດແຜນງົບ
ປະມານ ແລະ ມາດຕະການຕ່າງໆໃນການຈັດເກັບລາຍຮັບຂອງເດືອນມິຖຸນາ, ກໍລະກົດ, ສິງຫາ, ກັນຍາ ແລະ 3 ເດືອນຂ້າມຜ່ານ ຄືເດືອນຕຸລາ, ພະຈິກ ແລະ ທັນວາປີ 2016 ລວມທັງແຜນປັບປຸງລະບົບເສດຖະກິດໄລຍະສັ້ນ ແລະ ໂຄງສ້າງເສດຖະກິດໄລຍະກາງ ເຊິ່ງທ່ານນາຍົກລັດຖະ ມົນຕີໄດ້ແນະນຳໃຫ້ຄະນະລັດຖະບານເພີ່ມທະວີຄວາມເອົາໃຈໃສ່ໃນການຈັດເກັບລາຍຮັບ ເພື່ອຮັບ ປະກັນໃຫ້ສາມາດປະຕິບັດຕາມແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງ, ຄົ້ນຄວ້າບັນດາມາດຕະ ການຄຸ້ມຄອງການໃຊ້ຈ່າຍກອງທຶນທາງໃຫ້ເຂັ້ມງວດຮັດກຸມ, ຄົ້ນຄວ້າ ແລະ ປັບປຸງບັນດາມາດຕະການກ່ຽວກັບການຍົກເວັ້ນພາສີ-ອາກອນໃນການນຳເຂົ້ານ້ຳມັນເຊື້ອໄຟຄືນໃໝ່, ເຂັ້ມງວດການເກັບພາສີ-ອາກອນການນຳເຂົ້າລົດປະເພດຕ່າງໆ ແລະ ແກ້ໄຂບັນຫາລົດຄ້າງສາງ ແລະ ອັນຮີບດ່ວນສຳຄັນສຸດແມ່ນໃຫ້ຂະແໜງກ່ຽວຂ້ອງຄົ້ນຄວ້າ ແລະ ນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບໃຫ້ຮັດກຸມ, ໂປ່ງໃສ. ພ້ອມກັນນັ້ນ ໃຫ້ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມພະນັກງານພາສີ-ອາກອນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ບໍລິສຸດໂປ່ງໃສ, ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ທີ່ບໍ່ດີຕ່າງໆໃນການເກັບລາຍຮັບງົບປະມານໃຫ້ໝົດໄປ. ນອກຈາກນີ້ ລັດຖະບານຂໍຊົມເຊີຍນັກທຸລະກິດ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ນັກລົງທຶນຕ່າງປະເທດທີ່ປະຕິບັດພັນທະເສຍພາສີ-ອາກອນຖືກຕ້ອງຕາມເວລາ, ພ້ອມທັງຮຽກຮ້ອງເຖິງຜູ້ປະກອບການ, ນັກທຸລະກິດຈົ່ງຍົກສູງນ້ຳໃຈຮັກຊາດ, ຕັ້ງໜ້າປະຕິບັດພັນທະເສຍພາສີ-ອາກອນຕາມລະບຽບກົດໝາຍດ້ວຍ.

No comments:

Post a Comment