Ad

Ad

30 May 2016

ການພົບປະລະຫວ່າງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ

          ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ  ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໄດ້ມີຂຶ້ນໃນວັນທີ 28 ພຶດສະພານີ້ ທີ່ນາໂກຢາ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມເປີດກວ້າງ ຈີ7 (G7) ໃນລະຫວ່າງວັນທີ 26-27 ພຶດສະພາ 2016, ທີ່ ປະເທດຍີ່ປຸ່ນ.
          ໃນການພົບປະສອງຝ່າຍ, ທ່ານ ຊິນໂຊະ ອາເບະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນສີສຸລິດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີ ສປປ ລາວ ຜູ້ໃໝ່ ຊຶ່ງນັ້ນໄດ້ສະແດງເຖິງຄວາມເຊື່ອໝັ້ນຂອງການນຳ ພັກ-ລັດ ກໍຄືປະຊາຊົນລາວ ຕໍ່ທ່ານເອງ, ຍີ່ປຸ່ນ ຢຶນຢັນຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ນຳຄະນະນຳຊຸດໃໝ່ຂອງ ສປປ ລາວ ຕໍ່ໄປ. ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕີຊົມຊື່ນເປັນຢ່າງຍິ່ງ ແລະ ຮູ້ສຶກເປັນກຽດທີ່ໄດ້ຖືກເຊີນເຂົ້າຮ່ວມ ກອງປະຊຸມເປີດກວ້າງ ຈີ7 (G7)ໃນນາມປະເທດປະທານອາຊຽນປີ 2016.

          ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ພາຍຫຼັງທີ່ສອງປະເທດໄດ້ ຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດມານີ້ ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສືບຕໍ່ກ້າວເຂົ້າສູ່ລວງເລີກ ແລະ ເປັນຮູບປະທຳ; ຝ່າຍລາວ ເຫັນດີສະໜັບສະໜູນແຜນຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອແນ່ໃສ່ການພັດທະນາລາວແບບຍືນຍົງ ແລະ ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ເປັນຕົ້ນແມ່ນການຊ່ວຍເຫຼືອ ໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາພື້ຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ລວມທັງ ການສົ່ງເສີມການລົງທຶນໂດຍກົງຂອງ ຍີ່ປຸ່ນ ຢູ່ ສປປ ລາວ ອັນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວແລະ ສະເໜີການລົງທຶນຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບ ບັນຫາຕ່າງໆພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ເຊັ່ນ: ການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ແລະ 8 ບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ, ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016, ການສ້າງຄວາມເຂັ້ມແຂງໃຫ້ແກ່ກອງປະຊຸມລະດັບຜູ້ນໍາປະເທດ EAS,ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ທີ່ຈະຊ່ວຍໃນການພັດທະນາເພື່ອຫຼຸດຜ່ອນຄວາມແຕກໂຕນກັນໃນພາກພື້ນ. ສອງຝ່າຍ ສະແດງຄວາມຍິນດີ ທີ່ຈະສືບຕໍ່ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ ສາມາດຕອບສະໜອງຜົນປະໂຫຍດແກ່ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ລວມທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

          ໃນລະຫວ່າງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ຍັງໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານອົງການການຄ້າພາຍນອກຍີ່ປຸ່ນ ( JETRO ), ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ຊ່ວຍກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນະຄອນນາໂກຢາ ແລະ ຮັບການເຂົ້າຢຽມຂ່ຳນັບຂອງ ທ່ານເຈົ້າແຂວງໆໄອຈິນຳອີກ.

No comments:

Post a Comment