Ad

Ad

27 May 2016

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ-ບໍ່​ແຮ່ ​ເລັ່ງໃຫ້ໄຟຟ້ານະ ຄອນຫລວງກວດກາສະພາບເປັນຈິງການຊົມໃຊ້ໄຟຟ້າ ຂອງສັງຄົມ​

 ​ທ່ານຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ ໄດ້​​ຖະແຫລງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານສະໄໝສາມັນ ປະຈຳ​ເດືອນ ພຶດສະພາ 2016 ​ໃນວັນທີ 24-25 ພຶດສະພານີ້ວ່າ: ​ໂດຍຈັດຕັ້ງປະຕິບັດຕາມ​​ແຈ້ງການລັດຖະບານສະບັບເລກທີ 122 ລົງວັນທີ 19/1/2011 ​ເຊິ່ງໄດ້ອານຸມັດໃຫ້ລັດວິສະຫະກິດໄຟຟ້າລາວ ຈັດຕັ້ງປະຕິບັດລາຄາໄຟຟ້າສະບັບປັບປຸງ ໝວດທີ 5 ມາດ​ 47 ອັດຕາລາຄາໄຟຟ້າສຳລັບຜູ້ຊົມ​​ຊ້ທົ່ວໄປ,​ ໃນນັ້ນການຊົມ​​ໃຊ້ໄຟຟ້າມີຢູ່ 10 ປະເພດ, ໂດຍໄດ້ວາງອອກເປັນ 3 ລາຄາ ຄື: ລາຄາ​ເກື້ອກູນ  0-25 ກິໂລວັດໂມງ ນັບ​ແຕ່ ປີ 2013-2017 ລາຄານີ້ຈະຂຶ້ນພຽງ 7 ກີບຕໍ່ປີ ຫລື ສະເລັ່ຍ 0,6 ກີບຕໍ່ເດືອນ ຖືວ່າຕ່ຳທີ່ສຸດ, ລາຄາປະຢັດ 26-150 ກິໂລວັດໂມງ 2013 ພວກເຮົາໄດ້ເລີ່ມ 390 ກີບແລະ ຈະຂຶ້ນພຽງແຕ່ 8 ກີບຕໍ່ປີ, ແຕ່ສຳລັບຜູ້ທີ່​​​ຊົມໃຊ້ໄຟຟ້າຫລາຍກວ່າ 150 ກິໂລວັດໂມງ ​​ແມ່ນຈະຕ້ອງ
ໄດ້ຈ່າຍຫລາຍຂຶ້ນ ສະນັ້ນ ລາຄາໃນສະພາບປັດຈຸບັນນີ້ມີສະຖຽນລະພາບຢູ່ແລ້ວ. ຜ່ານມາຫລາຍທ່ານ ​ໄດ້ໃຫ້ເຫດຜົນວ່າລາຄາໄຟຟ້າຂຶ້ນ​ ແຕະຕ້ອງຊີວິດການເປັນຢູ່ຂອງປະຊາຊົນນັ້ນແມ່ນຖືກອ້ງແຕ່ຢາກແຈ້ງໃຫ້ຊາບວ່າ ໃນຄວາມເປັນຈິງມີ 2 ເຫດຜົນ ຄື: ​ ​​ສະພາບດິນຟ້າອາກາໄດ້ມີການປ່ຽນ​ແປງ. ປັດຈຸບັນອາກາດຮ້ອນຂຶ້ນ ເຮັດໃຫ້ການຊົມໃຊ້​​ໄຟຟ້າໃນຄອບຄົວ, ຫ້ອງການ, ອາຄານ ແລະ ອື່ນໆ ກໍເພີ່ມຂຶ້ນເຊັ່ນດຽວກັນ ​​ເຊິ່ງຈະເຫັນວ່າໃນ​​ເດືອນມັງກອນ ປີ 2016 ມີການຊົມໃຊ້ໄຟຟ້າພຽງ 246 ​ເມກາວັດແຕ່ມາຮອດຕົ້ນເດືອນມີນາ ການຊົມໃຊ້ໄຟຟ້້າເພີ່ມຂຶ້ນ​ເປັນ 354 ເມກາວັດ (ສະ​ເພາະ​ນະຄອນຫລວງວຽງ​ຈັນ) ຖືວ່າເພີ່ມຂຶ້ນເປັນ 180 ​ເມກາວັດ.
ແນວໃດກໍດີ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ​ໄດ້ຮຽກຮ້ອງໃຫ້ບັນດາ​​ພະນັກງານ, ​ປະຊາຊົນ, ທະຫານ, ຕຳຫລວດ ແລະ ທຸກຊັ້ນຄົນ ຊ່ວຍເປັນຫູເປັນຕາ ແລະ ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ຖ້າຫາກເຫັນຄວາມຜິດປົກກະຕິ ແລະ ມີປະກົດການຫຍໍ້ທໍ້ອັນບໍ່ດີ. ສະນັ້, ກ່ຽວບັນຫາດັ່ງກ່າວ, ທາງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງໃຫ້ໜ່ວຍງານກ່ຽວຂ້ອງລົງກວດກາຄືນ ແຕ່ລະກົງເຕີ ຫລື ໝໍ້ນັບໄຟຢ່າງເຄັ່ງຮ້ອນຖ້າພົບບ່ອນໃດບົກຜ່ອງ ຫລື ຜິດພາດ ກໍຕ້ອງມີການປັບປຸງ​ແກ້​​ໄຂ​ທັນທີ.

ໃນໄລຍະ ປີ 1975 ລາວມີເຂື່ອນໄຟຟ້າ​​ພຽງແຕ່ 3 ​ເຂື່ອນເທົ່ານັ້ນ, ຊຶ່ງມາຮອດປັດຈຸບັນ ລາວເຮົາມີເຂື່ອນໄຟຟ້າທີ່ຜະລິດແລ້ວ 39 ​ໂຄງການແລະ 1 ​ໂຮງງານໄຟຟ້າຄວາມຮ້ອນຫົງສາ ເຊິ່ງ ສາມາຜະລິດ​​ໄຟຟ້າໄດ້ 6.000 ກວ່າເມກາວັດ, ​​ຄາດວ່າແຕ່ນີ້ຮອດປີ 2020 ຈະສຳເລັດການພັດທະນາເຂື່ອນໄຟຟ້າ ອີກ 35 ​ໂຄງການ ມີກຳລັງຕິດຕັ້ງ​ 4.700 ກວ່າ​​ເມກາວັດ  ລວມທັງໝົດລາວຈະມີເຂື່ອນໄຟຟ້າ​ 75 ​ໂຄງການ ມີກຳລັງຕິດຕັ້ງຫລາຍກວ່າ 10.000 ​ເມກາວັດ

No comments:

Post a Comment