Ad

Ad

30 May 2016

ລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ

          ໃນວັນທີ 27 ພຶດສະພານີ້, ທ່ານຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ພະນົມເປັນ ປະເທດກຳປູ ເຈຍ ໂດຍການເປັນປະທານຮ່ວມຂອງທ່ານ ກັງ ຢຸນ-ຮຸນ ຫົວໜ້າກົມກິດຈະການອາຊີໃຕ້ ແລະ ປາຊີຟິກ, ກະຊວງການຕ່າງປະເທດຂອງ ສ.ເກົາ ຫລີ ແລະ ທ່ານ ສົກ ສີພັນນາ ທີ່ປຶກສາປະຈຳກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳ ປູເຈຍ ແລະ ມີຫົວໜ້າເຈົ້າໜ້າທີ່ອາວຸໂສ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
          ກອງປະຊຸມຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບການຮ່ວມມືແມ່ນ້ຳ
ຂອງ-ສ.ເກົາຫລີ ໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍແຜນປະຕິບັດງານຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ປີ 2014-2017 ແລະ ຖະແຫລງ ການຂອງປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 5 ຮັບຮອງເອົາໃນປີ 2015 ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະ ເທດຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນກໍລະກົດ 2016 ທີ່ນະຄອນຫລວງວຽງຈັນ.
          ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ສ.ເກົາຫລີ ທີ່ໄດ້ປະກອບສ່ວນຢ່າງແຂງແຮງ ເຂົ້າໃນກອງທຶນເພື່ອການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ນັບແຕ່ປີ 2014-2015 ເປັນຈຳນວນເງິນ 2,3 ລ້ານໂດລາສະຫະລັດ ແລະ ປະກາດວ່າຈະປະກອບສ່ວນໃນປີ 2016 ແລະ ປີຕໍ່ໆໄປເປັນຈຳນວນເງິນເຖິງ 1 ລ້ານໂດລາສະຫະລັດຕໍ່ປີ, ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ບູລິມະສິດຕ່າງໆໃນ 6 ຂະແໜງການຄື: ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ການພັດທະນາສີຂຽວ, ການພັດທະນາແຫລ່ງຊັບພະຍາກອນນ້ຳ, ດ້ານກະສິກຳ, ການພັດທະນາຊົນນະບົດ ແລະ ການພັດທະນາຊັບພະຍາກອນມະນຸດ.

          ກອງປະຊຸມໄດ້ພິຈາລະນາ 6 ໂຄງການ ບູລິມະສິດທີ່ສະເໜີໃໝ່ ເພື່ອນຳໃຊ້ງົບປະມານໃນກອງທຶນດັ່ງກ່າວ, ຊຶ່ງໃນນັ້ນ, ສປປ ລາວ ກໍໄດ້ຮັບຄັດເລືອກເອົາໜຶ່ງໂຄງການຄື: ການພັດທະນາຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖານບັນ ແລະ ການເປີດກ້າວງທາງດ້ານການຄ້າຂອງກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີມູນຄ່າປະມານ 350.000 ໂດລາສະຫະລັດ.

No comments:

Post a Comment