Ad

Ad

31 May 2016

SOS ຈັດກິດຈະກຳວັນເດັກນ້ອຍສາກົນ

          ເນື່ອງໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນານີ້, ບ້ານຊ່ວຍເຫລືອເດັກກຳພ້າ (SOS) ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກິດຈະກຳເພື່ອສະເຫລີມສະຫລອງວັນດັ່ງກ່າວຂຶ້ນໃນວັນທີ 30 ພຶດສະພານີ້, ຢູ່ນະຄອນຫລວງວຽງຈັນ, ດ້ວຍບັນຍາກາດຟົດຟື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຳແພງ ໄຊສົມແພງ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດນີ້ ນ້ອງນັກຮຽນຊັ້ນອະນຸບານ ຕາງກໍໄດ້ປະກອບສ່ວນຮ້ອງເພງ, ຂັບລຳ ແລະ ຟ້ອນລວມໝູ່ຍິງ-ຊາຍ, ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ງານດັ່ງກ່າວ ແລະ ພ້ອມນັ້ນ ລັດຖະມົນຕີ ກໍ
ໄດ້ນຳເອົາເຄື່ອງກິລາ, ເຂົ້າໜົມ, ນົມ ແລະ ຂອງຂວັນຕ່າງໆມອບເປັນກຳລັງໃຈໃຫ້ແກ່ນ້ອງນັກຮຽນຜູ້ທີ່ຂາດຄວາມອົບອຸ່ນຈາກຜູ້ປົກຄອງ, ເພື່ອຕັ້ງໃຈສຶກສາຮ່ຳຮຽນ.
ຜູ້ບໍລິຫານໂຮງຮຽນອະນຸບານດັ່ງກ່າວ ໃຫ້ຮູ້ວ່າ: ໂຮງຮຽນອະນຸບານແຫ່ງນີ້ ເປັນໂຮງຮຽນລ້ຽງເດັກກຳພ້າ ນັບແຕ່ອາຍຸ 2-5 ປີ, ເຊິ່ງລວມມີ 4 ຫ້ອງຮຽນ, ມີອາຈານສອນ 6 ຄົນ, ຊຶ່ງນ້ອງນັກຮຽນທຸກຄົນແມ່ນຈະໄດ້ຮ່ຳຮຽນໜັງສື ເປັນພາສາລາວ ແລະ ພາສາອັງກິດ ຄວບຄູ່ກັນໄປ, ຕາມປຶ້ມແບບຮຽນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ຂະນະດຽວກັນ ກໍຍັງມີບາງຂໍ້ຫຍຸ້ງ ຍາກເປັນຕົ້ນ ເດັກນ້ອຍທີ່ເຂົ້າມາຮ່ຳຮຽນທຸກຄົນ ເປັນເດັກກຳພ້າ, ຊຶ່ງຍັງມີຫລາຍອັນທີ່ຄູ-ອາຈານ, ສະນັ້ນ ຄູ-ອາຈານຈະໄດ້ເອົາໃຈໃສ່ແບບພິເສດ ເພື່ອສ້າງໃຫ້ເດັກນ້ອຍຈຳນວນນັ້ນ ເປັນເດັກຄຳຮູ້, ອ່ອນໂຍນ ແລະ ມີຄຸນສົມບັດທີ່ດີເລີດ.   ບ້ານຊ່ວຍເຫລືອເດັກກຳພ້າ ເປັນອົງກອນໜຶ່ງທີ່ໃຫ້ຄວາມສຳຄັນໃນການຊ່ວຍເຫລືອເດັກ, ໂດຍຖືເອົາສົນທິສັນຍາວ່າດ້ວຍການປົກປ້ອງສິດທິເດັກເປັນຫລັກໃນການລ້ຽງດູ, ສຶກສາອົບຮົມເດັກ, ເພື່ອສິດຜົນປະໂຫຍດສູງສຸດຂອງເດັກຄື: ໃຫ້ເດັກໄດ້ກິນອີ່ມ-ນຸ່ງອຸ່ນ, ໄດ້ຮັບການສຶກສາທີ່ດີ ເພື່ອກາຍເປັນອະນາຄົດທີ່ດີຂອງຊາດ.


No comments:

Post a Comment