Ad

Ad

15 June 2016

ທົ່ວປະເທດມີນັກຮຽນມ4 ເຂົ້າສອບເສັງ 94.700 ກວ່າຄົນ ຫລາຍກວ່າປີຜ່ານມາ 5.000 ກວ່າຄົນ

          ການສອບເສັງຈົບຂັ້ນມ4 ສົກຮຽນ 2015-2016 ໄດ້ມີຂຶ້ນໃນວັນທີ 14-16 ມີຖຸນານີ້, ໃນທົ່ວປະເທດ, ມີນັກຮຽນເຂົ້າຮ່ວມສອບ ເສັງທັງໝົດ 94.700 ກວ່າຄົນ, ຊຶ່ງເພີ່ມຂຶ້ນຈາກສົກຮຽນ 2014-2015 ຜ່ານມາຫລາຍກວ່າ 5.000 ຄົນ, ຍິງ 44.900 ກວ່າຄົນ, ໃນ 663 ສູນສອບເສັງດ້ວຍກັນ, ໂດຍຈະໄດ້ສອບເສັງ 5 ວິຊາຕົ້ນຕໍຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ສຶກສາພົນລະເມືອງ, ວິທະຍາສາດ-ທຳມະຊາດ ແລະ ວິທະຍາສາດ-ສັງຄົມ.
          ທ່ານຮອງຫົວໜ້າຂະແໜງມັດທະຍົມສຶກສາ ນະຄອນຫລວງວຽງຈັນ ໃຫ້ຮູ້ວາ: ທົ່ວນະຄອນ ຫລວງວຽງຈັນ ມີນັກຮຽນເຂົ້າສອບເສັງທັງໝົດ 11.976 ຄົນ, ຍິງ 5.930 ຄົນ, ມີສູນສອບເສັງ 22
ແຫ່ງ, ແບ່ງເປັນ 602 ຫ້ອງ, ສອບເສັງດ້ວຍກັນ ແລະ ແຕ່ລະຫ້ອງຈະມີກຳມະການສອບເສັງ 2 ຄົນ, ຕາມກົດລະບຽບຂອງກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເຂັ້ມງວດ.
          ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ຮູ້ວ່າ: ສຳລັບສູນສອບເສັງ ມສ. ວຽງຈັນ ມີນັກສອບເສັງທັງໝົດ 1.618 ຄົນ, ຍິງ 859 ຄົນ ທີ່ມາຈາກໂຮງຮຽນຕ່າງໆໃນເມືອງຈັນທະບູລີ ແລະ ເຂດນອກຈຳນວນໜຶ່ງ ໂດຍແບ່ງເປັນ 81 ຫ້ອງສອບເສັງ, ຊຶ່ງແຕ່ລະຫ້ອງສາມາດບັນຈຸນັກສອບເສັງໄດ້ 20 ຄົນຕາມລະບຽບການ ແລະ ນັກຮຽນທຸກຄົນແມ່ນບໍ່ໃຫ້ນຳໃຊ້ໂທລະສັບມືຖື ຫລື ເຄື່ອງຕິດຕໍ່ສື່ສານໃດໆ ໃນເວລາສອບເສັງ ທັງນີ້ ກໍເພື່ອຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການສອບເສັງ.

          ສ່ວນການສອບເສັງຈົບຊັ້ນມ7 (ມັດທະຍົມຕອນປາຍ) ຈະມີຂຶ້ນໃນວັນທີ 21-22 ມີຖຸນານີ້, ຊຶ່ງຄາດວ່າທົ່ວປະເທດຈະມີນັກສອບເສັງທັງໝົດ 58.000 ກວ່າຄົນ, ໃນນັ້ນ ມີຍິງຫລາຍກວ່າ 26.000 ຄົນ, ເພີ່ມຂຶ້ນຈາກສົກຮຽນຜ່ານມາປະມານ 4.000 ກວ່າຄົນ, ໂດຍຈະຈັດການສອບເສັງຢູ່ 271 ສູນດ້ວຍກັນ.

No comments:

Post a Comment