Ad

Ad

20 June 2016

ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ​ເຂົ້າຮ່ວມ​ງານ​ວາງສະ​ແດງ ຈີນ-​ອາຊີ​ໃຕ້ ຄັ້ງທີ 4 ທີ່​ຄຸນໝິງ

          ອີງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ການນຳແຂວງຢຸນນານ ກໍ່ຄືຄະນະກຳມະການຈັດງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 4 ແລະ ງານຕະຫຼາດນັດຄຸນໝິງ ຄັ້ງທີ 24. ດັ່ງນັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ເດີນທາງໄປຮ່ວມງານດັ່ງກ່າວ ໃນລະຫວ່າງວັນທີ 11-17 ມິຖຸນາ 2016 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ.
          ​ເຊິ່ງງານ​ດ່ັງກ່າວໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 12 ມິຖຸນານີ້ ທີ່ສູນກາງວາງສະແດງສາກົນໜອງແຊ່ ນະຄອນຄຸນໝິງ ມີ ທ່ານ ວາງຢາງ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ​ແລະ ບັນດາຄະນະຜູ້ແທນຈາກປະເທດຕ່າງໆເຂົ້າຮ່ວມ.

          ຢ່າງ​ຫລວງຫລາຍ ​ເພື່ອ ເປັນເວທີສຳຄັນ ໃນການເສີມຂະຫຍາຍການຮ່ວມມືທາງດ້ານການຕ່າງປະເທດ, ເສດຖະກິດ-ການຄ້າ ແລະ ການແລກປ່ຽນວັດທະນະທຳ ແລະ ການພັດທະນາ ລະຫວ່າງ ຈີນ ກັບບັນດາປະເທດອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດໃນພາກພື້ນຕ່າງໆຂອງ ເຊິ່ງໃນປີນີ້, ສູນກາງວາງສະແດງສິນຄ້າ​ດ່ັງກ່າວ ສາມາດຮອງຮັບ 89 ປະເທດເຂົ້າຮ່ວມວາງສະແດງ ລວມມີ 5 ພັນກວ່າວິສາຫະກິດ. ສຳລັບ ສປປ ລາວ 43 ບໍລິສັດ ​ເຂົ້າ​ຮ່ວມລວມ​ເປັນ 102 ຫ້ອງ​ວາງສະ​ແດງມີ​ມູນ​ຄ່າ​ເກືອບ 1 ລ້ານ​ໂດ​ລາ​ສະຫະລັດ ທຽບ​ໃສ່​ປີຜ່ານມາ ​ເພີ່ມ​ຂຶ້ນກວ່າ 2 ​ເທົ່າ ເຊິ່ງລວມມີ ຜະລິດ​ຕະພັນ​ສິນຄ້າ​ທີ່​ເປັນ​ເອກ​ະລັກ​ຂອງ​ລາວຫຼາຍຊະນິດ ທີ່​ຄາດ​ວ່າ​ຈະ​ເປັນ​ທີ່​ຍອມຮັບ ​ແລະ ​ແທດ​ເໝາະກັບ​ຄວາມ​ຕ້ອງການ​ຂອງ​ຜູ້​​ຊົມ​ໃຊ້​ຊາວ​ຈີນ.
          ​ໂອກາດ​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ໄດ້​ມີ​ຄຳ​ເຫັນ​ວ່າ: ປີນີ້ ​ເປັນ​ປີ​ຄົບຮອບ 55 ປີ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຈີນ ​ແລະ ​ເປັນ​ປີ​ທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ປະທານອາຊຽນ. ບົນ​ຈິດ​ໃຈ​ດັ່ງກ່າວ, ສປປ ລາວ ຈະ​ໃຊ້​ທຸກ​ຄວາມ​ພະຍາຍາມ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສປປ ລາວ ກັບ ສປ ຈີນ ກໍ່ຄື​ອາຊຽນ ກັບ ສປ ຈີນ ​ໃຫ້​ນັບ​ມື້ນັບ​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນກວ່າ​ເກົ່າ. ​ແລະ ກໍ່​ເຫັນ​ວ່າ ​ໃນ​ຊຸມ​ປີຜ່ານມາ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ ກັບ​ແຂວງ​ຢຸນນານ ມີ​ຄວາມ​ຄືບໜ້າຢ່າງ​ເພິ່ງ​ພໍ​ໃຈ ​ໂດຍ​ສະ​ເພາະ ​ໃນ​ປີ 2015 ການ​ຄ້າ-ການ​ລົງທຶນ​ສອງ​ຝ່າຍ ບັນລຸ​ໄດ້ກວ່າ 880 ລ້ານ​ໂດ​ລາ​ສະຫະລັດ, ມາ​ຮອດ​ຕົ້ນປີ 2016 ນີ້ ກໍ່ມີ​ວິ​ສາ​ຫະກິດ​ຂອງ​ແຂວງ​ຢຸນນານ​ເທົ່າ​ນັ້ນ ​ໄປ​ລົງທຶນ​ຢູ່​ລາວ 200 ກວ່າ​ບໍລິສັດ ​ຄິດ​ເປັນ​ມູນ​ຄ່າ​ກວ່າ 4 ຕື້​ໂດ​ລາ​ສະຫະລັດ ​ແລະ ຈັດຕັ້ງປະຕິບັດ​ໄປ​ແລ້ວ​ເກືອບ 2 ຕື້​ໂດ​ລາ​ສະຫະລັດ ຊຶ່ງ​ເຮັດ​ໃຫ້​ລາວ ກາຍ​ເປັນ​ຕະຫຼາດ​ເປົ້າໝາຍການ​ລົງທຶນ​ຕ່າງປະ​ເທດ​ອັນ​ດັບໜຶ່ງ ຂອງ​ແຂວງ​ຢຸນນານ. ປັດຈຸບັນ, ສປປ ລາວ ພວມ​ດຳ​ເນີນ​ການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ເຊື່ອມ​ຈອດ ລາວ-ຈີນ ​ເພື່ອ​ຜັນ​ຂະຫຍາຍ​ນະ​ໂຍບາຍຂອງ​ລາວ ທີ່​ວ່າ “ການ​ຫັນ​ຈາກປະ​ເທດທີ່​ບໍ່ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ທະ​ເລ ມາ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ກັບ​ພາກພື້ນ” ​ແລະ ຍຸດ​ທະ​ສາດ “ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ​” ຂອງ ສປ ຈີນ ​ໃຫ້​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ ອັນ​ຈະ​ເປັນ​ຜົນ​ດີ ​ໃຫ້​ແກ່​ການ​ເຊື່ອມ​ຈອດ​ໃນ​ພາກພື້ນ, ການ​ເພີ່ມ​ທະວີ​ທາງ​ດ້ານ​ການ​ຄ້າ-ການ​ຮ່ວມ​ມື ລະຫວ່າງ ລາວ​ກັບ​ຈີນ ກໍ່ຄື​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກພື້ນ. ດ້ວຍ​ທ່າ​ແຮງຫຼາຍດ້ານ​ຂອງ ສປປ ລາວ ທີ່​ມີ​ທີ່​ຕັ້ງຢູ່​ຈຸດ​ໃຈກາງ​ຂອງ 5 ປະ​ເທດ, ດ້ານ​ການ​ເມືອງ ກໍ່ມີ​ສະຖຽນລະ​ພາບ​ອັນໜັກ​ແໜ້ນ, ມີ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ລົງທຶນຂອງ​ຕ່າງປະ​ເທດ, ມີ​ຊັບພະຍາກອນ​ທຳ​ມະ​ຊາດ ທີ່​ອຸດົມສົມບູນ ​ແລະ ​ແຫຼ່ງທ່ອງ​ທ່ຽວທຳ​ມະ​ຊາດ​ ທີ່ສວຍ​ສົດ​ງົດ​ງາມ ທ່ານ​ຮອງ​ນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ກໍ່​ໄດ້​ເຊີນຊວນ​ບັນດາ​ເພື່ອນ​ມິດ ຈາກ ສປ ຈີນ ​ແລະ ປະ​ເທດ​ຕ່າງໆ ​ໄປ​ຢ້ຽມຢາມ ​ແລະ ສຶກສາຄົ້ນຄວ້າ​ກາລະ​ໂອກາດ ​ໃນ​ການ​ລົງທຶນ​ຢູ່​ປະ​ເທດ​ລາວ.
          ກາ​ນ​ເດີນທາງ​ມາ​ຮ່ວມ​ມງານ​ຂອງ​ຄະນະ​ຜູ້​ແທນ​ລາວ ​ໃນ​ຄັ້ງນີ້, ກໍ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຂອງ ທ່ານ ​ເສິນ​ຮາວ ​ເຈົ້າ​ແຂວງໆຢຸນນານ ​ແລະ ຄະນະ​ພັກ-ຄະນະ​ນຳ​ຂອງ​ແຂວງ ​ເຊິ່ງຕ່າງ​ຝ່າຍ ຕ່າງ​ກໍ່​ໄດ້​ຕີ​ລາຄາ​ສູງ ຕໍ່ສາຍ​ພົວພັນ​ການ​​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ ລາວ-ຈີນ ກໍ່ຄື ສປປ ລາວ ກັບ​ແຂວງ​ຢຸນນານ ທີ່​ນັບ​ມື້ນັບ​ຂະຫຍາຍຕົວ​ຂຶ້ນ ​ແລະ ຕ່າງ​ກໍ່ມີ​ບົດບາດຫຼາຍຂຶ້ນ ​ໃນ​ພາກພື້ນ ​ແລະ ​ເວທີ​ສາກົນ. ພ້ອມ​ກັນນີ້, ກໍ່​ໄດ້​ໃຫ້ການ​ຮ່ວມ​ມື​ຊ່ວຍ​ເຫຼືອ ​ແກ່ ສປປ ລາວ ​ໂດຍ​ສະ​ເພາະ ບັນດາ​ແຂວງ​ພາກ​ເໜືອຂອງ​ລາວ ຕະຫຼອດຫຼາຍປີ​ທີ່​ຜ່ານ​ມາ; ດ້ານ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຈີນ​ຢູ່​ລາວ ກໍ່ຖື​ໄດ້​ວ່າ​ເປັນອັນ​ດັບໜຶ່ງຂອງ​ການ​ລົງທຶນ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ​ແຂວງ​ຢຸນນານ ຈະ​ສືບຕໍ່ສະໜັບສະໜູນຊ່ວຍ​ເຫຼືອ ສປປ ລາວ ກໍ່ຄື​ບັນດາ​ແຂວງ​ພາກ​ເໜືອຂອງ​ລາວ ທັງ​ດ້ານ​ການ​ຮ່ວມ​ມື​ການ​ລົງທຶນ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ສົ່ງ​ເສີມ​ດ້ານ​ການ​ຜະລິດ​ກະສິກຳ, ​ການ​ສ້າງ​ເງື່ອນ​ໄຂ​ສະດວກ ​ໃຫ້​ແກ່​ການສົ່ງ​ອອກ​ສິນຄ້າ​ກະສິກຳ​ຂອງ​ລາວ​ໄປ​ຈີນ ​ແລະ ການ​ປັບປຸງ​ລະບົບ​ພື້ນຖານ​ການ​ຂົນ​ສົ່ງບໍລິ​ເວນ​ຊາຍ​ແດນສາມ​ປະ​ເທດຕິດ​ດຈອດ ຈີນ, ລາວ ​ແລະ ​ໄທ. ​ໃນ​ນຕອນ​ທ້າຍ, ທ່ານ ສອນ​ໄຊ ສີ​ພັນ​ດອນ ຍັງ​ໄດ້​ເຊື້ອ​ເຊີນ ທ່ານ ​ເສິນ​ຮາວ ​ແລະ ຄະນະ​ນຳ​ແຂວງ​ຢຸນນານ ​ໄປ​ຢ້ຽມຢາມ ສປປ ລາວ ​ເພື່ອ​ເຫັນ​ໄດ້ໝາກຜົນ​ຂອງ​ການ​ຮ່ວມ​ມື ​ແລະ ການ​ລົງທຶນ​ຢູ່​ລາວ ລວມ​ເຖິງ ການ​ສຶກສາ​ກາລະ​ໂອກາດ ​ແລະ ທ່າ​ແຮງ​ຂອງ​ລາວ ​ເພື່ອ​ດຶງ​ດູດ​ການ​ລົງທຶນຂອງ​ວິ​ສາ​ຫະກິດ​ຈີນ.

          ນອກຈາກ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ແລະ ຄະນະ ຍັງ​ໄດ້​ໄປ​ຢ້ຽມຢາມ​ສະຖານ​ກົງສຸນ​ໃຫຍ່​ຂອງ​ລາວ ປະຈຳ​ນະຄອນ​ຄຸນໝິງ ​ເຊິ່ງມີ ທ່ານ ບຸນ​ລຽບ ຮຸ່ງ​ວົງ​ສອນ ກົງສຸນ​ໃຫຍ່ ​ແລະ ພະນັກງານ​ ​ໃຫ້ການ​ຕ້ອນຮັບ ​ພ້ອມ​ນີ້,​ກໍ່ໄດ້​ລາຍ​ງານ​ໃຫ້​ຊາບ​ເຖິງ​ສະພາບ​ການຈັດຕັ້ງປະຕິບັດ​ວຽກງານ​ຂອງ​ກົງສຸນ​ແຫ່ງ​ນີ້ ​ໃນ​ໄລຍະ​ຊຸມ​ປີ​ທີ່​ຜ່ານ​ມາ. ​ໂອກາດ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່ບັນດາໝາກຜົນ ​ແລະ ຜົນງານ​ ທີ່​ບັນດາ​ພະນັກງານ​ຂອງ​ກົງສຸນ​ແຫ່ງ​ນີ້ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ບໍ່ວ່າ​ຈະ​​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ຕໍ່ການ​ເສີມ​ຂະຫຍາຍ​ສະ​ພົວພັນ ​ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ລາວ-ຈີນ ກໍ່ຄື ສປປ ລາວ ກັບ​ແຂວງ​ຢຸນນານ ​ທີ່ນັບ​ມື້ນັບ​ແຕກ​ດອກ​ອອກ​ຜົນ, ການ​ຄຸ້ມ​ຄອງ​ນັກ​ສຶກສາ ​ແລະ ຄົນ​ລາວ ທີ່​ດຳລົງ​ຊີວິດ​ຢູ່​ແຂວງ​ຢຸນນານ. ນອກ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ຍົກ​ບາງ​ສະພາບ​ການ​ທີ່​ພົ້ນ​ເດັ່ນ ທີ່​ເກີດ​ຂຶ້ນ​ໃນ ສປປ ລາວ ​ແລະ ບາງ​ບັນຫາ ​ທີ່​ສອງ​ຝ່າຍ ລາວ ​ແລະ ​ແຂວງ​ຢຸນນານ ຕ້ອງ​ໄດ້​ພ້ອມ​ກັນ​ສືບຕໍ່ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ທ່ານ​ກົງສຸນ​ໃຫຍ່ ​ແລະ ພະນັກງານ​ທຸກ​ຄົນ​ພາຍ​ໃນ​ກົງສຸນ ຈະ​ພ້ອມພຽງກັນ ​ເຮັດ​ສຳ​ເລັດໜ້າທີ່ ທີ່​ພັກ-ລັດ ມອບໝາຍ​ໃຫ້.

No comments:

Post a Comment