Ad

Ad

15 June 2016

ກະຊວງສາທາລະນະສຸກອະນຸມັດງົບ 800 ລ້ານກີບຕອບໂຕ້ພະຍາດໄຂ້ເລືອດອອກ

           ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ ກະຊວງສາທາລະນະສຸກໄດ້ອະນຸມັດງົບປະມານຈຳນວນ 800 ລ້ານກີບ ເພື່ອຕອບໂຕ້ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດ, ພາຍຫລັງເຫັນວ່າການລະບາດຂອງພະຍາດດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນ ເຊິ່ງປັດຈຸບັນມີຜູ້ຕິດເຊື້ອພະຍາດນີ້ແລ້ວຫລາຍກວ່າ 900 ຄົນ ແລະ ເສຍຊີວິດແລ້ວ 7 ຄົນ, ໃນນັ້ນ 6 ຄົນແມ່ນຢູ່ແຂວງຈຳປາສັກ ແລະ 1 ຄົນຢູ່ແຂວງສາລະວັນ ແລະ ໃນໄລຍະນີ້ ຍິ່ງມີຄວາມເປັນຫ່ວງ, ເພາະເປັນຊ່ວງລະດູຝົນ ເຊິ່ງເປັນເງື່ອນໄຂໃຫ້ແກ່ການເພາະພັນຂອງຍຸງລາຍທີ່ເປັນພາຫະແຜ່ເຊື້ອພະຍາດດັ່ງກ່າວ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ອຳນາດການປົກ ຄອງທ້ອງຖິ່ນຕ່າງເພີ່ມທະວີການເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດດັ່ງ ກ່າວດ້ວຍການໂຄສະນາປຸກລະດົມໃຫ້ປະຊາຊົນໃນທ້ອງຖິ່ນສ້າງຂະບວນການທຳລາຍແຫລ່ງເພາະພັນຂອງຍຸງລາຍ, ເປັນຕົ້ນອະນາໄມຖາງຫຍ້າບໍລິເວນອ້ອມເຮືອນໃຫ້ສະອາດດີ, ທຳລາຍກະໂປະ-ກະປ໋ອງ, ຢາງຕີນລົດ ແລະ ພາຊະນະອື່ນໆທີ່ມີນ້ຳຂັງ, ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ ລວມເຖິງພົ່ນຢາທຳລາຍ
ແຫລ່ງເພາະພັນຂອງຍຸງລາຍ ແລະ ຖ້າຫາກຮູ້ສຶກເປັນໄຂ້ກໍໃຫ້ຮີບຮ້ອນໄປໂຮງໝໍທັນທີ ເພື່ອໃຫ້ໄດ້ຮັບການປິ່ນປົວໂດຍໄວ.

             ທ່ານຫົວໜ້າສູນດັ່ງກ່າວໃຫ້ຮູ້ວ່າ: ສປປ ລາວ ເຄີຍເກີດການລະບາດຂອງພະຍາດດັ່ງກ່າວຢ່າງຮ້າຍແຮງເມື່ອປີ 2013 ເຊິ່ງມີຜູ້ຕິດເຊື້ອຫລາຍພັນຄົນ ແລະ ໃນນັ້ນມີຜູ້ເສຍຊີວິດ 70 ຄົນຈາກພະຍາດອັນຕະລາຍດັ່ງກ່າວ.

No comments:

Post a Comment