Ad

Ad

13 June 2016

ຂ່າວສານປະເທດລາວ-ຫວຽດນາມແລກປ່ຽນບົດຮຽນນໍາກັນ

          ຄະນະນໍາພ້ອມພະນັກງານຈາກສຳນັກຂ່າວສານປະເທດລາວໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະແລກປ່ຽບບົດຮຽນທາງດ້ານວິຊາການໃນສະພາບການປ່ຽນແປງໄລຍະໃໝ່ດ້ານອຸດສາຫະກໍາສື່ທີ່ມີຫລາຍສີຫລາຍສັນ, ວ່ອງໄວ ແລະ ທັນສະໄໝ ກັບ ສຳນັກຂ່າວສານຫວຽດ ນາມ ໃນລະຫວ່າງ ວັນທີ 8 -12 ມິຖຸນານີ້, ທີ່ເມືອງຮົງລິງ, ແຂວງແງະອານ ສສ ຫວຽດນາມ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງສໍານັກຂ່າວສານປະເທດລາວ-ຂ່າວສານຫວຽດນາມ.
ການແລກປ່ຽນຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໂດຍສະເພາະໄດ້ລົງເລິກດ້ານການຂຽນຂ່າວ, ຂຽນບົດ, ຂ່າວຕ່າງປະເທດ, ການຖ່າຍຮູບ ທີ່ມີຄຸນນະພາບ,
ການນໍາສະເໜີຂໍ້ມູນຂ່າວສານຜ່ານທາງເວັບໄຊ ແລະ ລວມທັງການຫັນເປັນສື່ໜັງສືພິມອອນລາຍ (ທາງອິນເຕີເນັດ) ແລະ ອື່ນໆເພື່ອຮັບມືກັບສິ່ງທ້າຍທາຍ ແລະ ສາມາດຕອບສະໜອງໄດ້ຄວາມຕ້ອງການໄລຍະໃໝ່, ເພື່ອນຳເອົາບົດຮຽນ ແລະ ປະສົບການທີ່ມີປະໂຫຍດສູງສຸດໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ດີກວ່າເກົ່າ.

ໃນໂອກາດດັ່ງກ່າວ, ທ່ານ  ດິງ ດົງກວາງ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດ ນາມ ກ່າວວ່າ: ການແລກປ່ຽນບົດຮຽນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍ ສັນຍາການຮ່ວມມື ລະຫວ່າງສອງສຳນັກຂ່າວຫວຽດນາມ-ລາວ, ລາວ-ຫວຽດນາມ ພາຍຫລັງທີ່ມີການລົງນາມຮ່ວມມືກັນໃນທ້າຍປີ 2015 ຜ່ານມາ, ເຊິ່ງເປັນໂອກາດທີ່ພະນັກງານວິຊາການສອງປະເທດໄດ້ສະເໜີຄວາມຄິດຄວາມເຫັນ ກ່ຽວກັບບົດຮຽນ ແລະ ປະສົບການຕົວຈິງໃນການເຄຶ່ອນໄຫວວຽກງານດ້ານຂໍ້ມູນ-ຂ່າວສານ ຂອງແຕ່ລະປະເທດໃຫ້ກັນຊາບ, ໂດຍສະເພາະການຮ່ວມມືພັດທະນາ ແລະ ຍົກລະດັບວຽກງານສື່ ໃຫ້ຈະແຈ້ງແຫລມຄົມ ແລະ ສາມາດນຳສະເໜີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ ໃຫ້ສັງຄົມໄດ້ເຂົ້າໃຈຢ່າງທົ່ວເຖິງ. ການແລກປ່ຽນດ້ານວິຊາການຮ່ວມກັນນີ້ຍັງເປັນວຽກທີ່ສຳຄັນຂອງສອງສຳນັກຂ່າວຈະຕ້ອງໄດ້ຈັດຕັ້ງຜັນຂະຫຍາຍແຕ່ນີ້ຈົນຮອດປີ 2020. ພ້ອມນັ້ນ ຍັງຈະມີການແລກປ່ຽນ ການຢ້ຽມຂອງການນຳຂອງສອງສຳນັກຂ່າວນຳອີກ ເພື່ອຮັດແໜ້ນການພົວພັນຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ ທັງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໂດຍສະເພາະສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. 

No comments:

Post a Comment