Ad

Ad

7 June 2016

ຈັດງານສະແດງຟ້ອນຈີນ ແລະ ມວຍໄທເກັກ

          ວັນທີ 6 ມີຖຸນານີ້, ສູນວັດທະນະທຳຈີນປະຈຳລາວ ແລະ ໂຮງຮຽນສິລະປະແຫ່ງຊາດ ຮ່ວມກັນຈັດງານສະແດງຜົນງານການຝຶກອົບຮົມວິຊາການຟ້ອນຈີນ ແລະ ມວຍໄທເກັກ ຂຶ້ນທີ່ໂຮງຮຽນສິລະ ປະແຫ່ງຊາດ, ໂດຍມີທ່ານ ຕ່ວນ ມວນຈັນ ອຳນວຍການໂຮງຮຽນສິລະປະແຫ່ງຊາດ, ທ່ານ ແຊ້ສ້ຽວຫົວ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍຄູ-ອາຈານ, ນັກສະແດງ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.
          ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ ກ່າວວ່າ: ໜຶ່ງເດືອນກ່ອນໜ້ານີ້, ສູນວັດ ທະນະທຳຈີນ ໄດ້ເຊີນເອົາຊ່ຽວຊານທີ່ມີຄວາມຮູ້ດ້ານການຟ້ອນແບບພື້ນເມືອງ ແລະ ມວຍໄທເກັກຂອງຈີນ ມາຊ່ວຍ
ສິດສອນ, ຝຶກອົບຮົມໃຫ້ນັກຮຽນ, ນັກສະແດງຂອງລາວ ເພື່ອໃຫ້ ມີຄວາມຮູ້ ແລະ ຄວາມສາມາດໃນເບື້ອງຕົ້ນ ກ່ຽວກັບສິລະປະ ແລະ ວັດທະນະທຳພື້ນເມືອງຂອງຈີນໃຫ້ດີຂຶ້ນກວ່າເກົ່າ ແລະ ມາຮອດປັດຈຸບັນ ນັກຮຽນທີ່ ຜ່ານມາການອົບຮົມ ສາມາດສະແດງໃນຮູບແບບດ້ານການ ຟ້ອນພື້ນເມືອງ ແລະ ມວຍໄທເກັກຂອງຈີນໄດ້ເປັນຢ່າງດີ, ທັງນີ້ ກໍຍ້ອນຄວາມ ເອົາໃຈໃສ່ຂອງຄູຜູ້ສິດ ສອນ ແລະ ຄວາມຕັ້ງໃຈຂອງນັກຮຽນຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ຈຶ່ງເຮັດໃຫ້ປະສົບຜົນສຳເລັດເປັນຢ່າງດີ.

          ໃນງານດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຊົມການສະແດງບົດຟ້ອນແບບລາວ ແລະ ຈີນ ຂອງນັກສະ ແດງຈາກໂຮງຮຽນສິລະປະແຫ່ງຊາດ, ໂຮງຮຽນລຽວໂຕ, ກອງສິລະປະ ປກສ, ສະມາຄົມຈີນນະ ຄອນຫລວງວຽງຈັນ ແລະ ນັກສະແດງມືອາຊີບຈຳນວນໜຶ່ງ. ນອກຈາກນີ້ ຍັງໄດ້ມີພິທີມອບໃບຢັ້ງ ຢືນໃຫ້ນັກຮຽນທີ່ຜ່ານການຝຶກອົບຮົມອີກດ້ວຍ.

No comments:

Post a Comment