Ad

Ad

30 June 2016

ລົງນາມສັນຍາກໍ່ສ້າງອາຄານຫລາຍຫລັງຂອງກະຊວງການເງິນ

          ພິທີລົງນາມສັນຍາການສຳຫລວດອອກແບບໂຄງການກໍ່ສ້າງລະບົບພື້ນຖານໂຄງລ່າງຂອງກະຊວງການເງິນລະຫວ່າງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ, ກະ ຊວງການເງິນ ແລະ ທ່ານ ຄຳຮຸ່ງ ພົງສະຫວັນ ຮອງອຳນວຍການບໍລິສັດ ສະຫະກໍ່ ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ກະຊວງດັ່ງກ່າວ ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ, ກົດໝາຍການລົງທຶນ ຂອງລັດ ແລະ ລະບຽບການຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ, ຊຶ່ງໂຄງການດັ່ງກ່າວຈະເລີ່ມຈາກການເກັບກຳຂໍ້ມູນ, ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເນື້ອທີ່ດິນ ເພື່ອຈັດວາງໂຄງລ່າງບັນດາອາຄານຕ່າງໆທີ່ປະກອບເຂົ້າໃນໂຄງການໃຫ້ມີຄວາມຖືກ ຕ້ອງ ແລະ ເໝາະສົມ, ການປະຕິບັດວຽກງານເຂົ້າ-ອອກຂອງພາຫະນະມີຄວາມ ສະດວກ ແລະ ປອດໄພສູງຈາກທາງ
ທຳມະຊາດ, ເຊິ່ງປະກອບມີ ອາຄານຫ້ອງການ, ອາຄານເຕັກນິກ, ອາຄານຫຸ້ມຫໍ່, ອາຄານຊັ່ງນໍ້າໜັກ, ອາຄານສາງເກັບຮັກສາເຂົ້າ,ອາຄານເກັບຮັກສາວັດຖຸອຸປະກອນກູ້ໄພ, ຫໍພັກພະນັກງານ, ພ້ອມດ້ວຍເສັ້ນທາງ, ກໍາແພງ ແລະ ອື່ນໆ.

          ແຫລ່ງຂ່າວກະຊວງດັ່ງກ່າວ ຍັງໃຫ້ຮູ້ຕື່ມວ່າ: ວັນທີ 27 ມິຖຸນານີ້, ຢູ່ກະຊວງການເງິນ, ກໍໄດ້ມີການລົງນາມສັນຍາການຈັດ ຊື້ນໍ້າມັນສະສົມແຫ່ງລັດກັບບໍລິສັດເປໂຕຣລາວຈຳກັດ ເພື່ອຄໍ້າປະກັນຄວາມໝັ້ນຄົງ ດ້ານພະລັງແຫ່ງຊາດໃຫ້ແກ່ລັດຖະບານ, ລະຫວ່າງທ່ານນາງ ທິບພະ ກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມຫວັງ ວົງວິໄລ ປະທານບໍລິສັດເປໂຕຣລາວ, ເພື່ອແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ສຸກເສີນໃຫ້ແກ່ວຽກງານປ້ອງກັນ, ຕ້ານ ແລະ ຟື້ນຟູຜົນກະທົບຈາກໄພພິບັດ ແລະ ປະກອບສ່ວນດັດສົມຕະຫລາດ ໃຫ້ມີຄວາມໝັ້ນທ່ຽງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບແນໃສ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດ, ການເມືອງ ສ້າງເງື່ອນໄຂເອື້ອອຳນວຍແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານໃຫ້ບັນລຸຄາດໝາຍທີ່ກຳນົດໄວ້.

No comments:

Post a Comment