Ad

Ad

30 June 2016

ລາວຈະເຂັ້ມງວດກວດກາຄຸນນະພາບນໍ້າມັນເຊື້ອໄຟ

ໃນວັນທີ 29 ມິຖຸນານີ້ ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ບໍ່ວຽງຄຳ ວົງດາລາ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟຢູ່ ສປປ ລາວ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ທັງເປັນການແກ້ໄຂບັນດາປາກົດການຫຍໍ້ທໍ້ ແລະ ປົກປ້ອງຜູ້ນໍາໃຊ້ນໍ້າມັນເຊື້ອໄຟຢູ່ໃນລາວໃຫ້ຮັບປະກັນຄຸນນະພາບ, ຖືກຕ້ອງຕາມມາດຕະຖານແຫ່ງຊາດ ແລະ ສາກົນ ເຊິ່ງຈະເລີ່ມແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນໄປ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ຂອງກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ດໍາເນີນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ, ບໍລິການຈໍາໜ່າຍຢູ່ທົ່ວປະເທດຕາມ
ກົດໝາຍຂອງ ສປປ ລາວ ກໍານົດໄວ້. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນການປະກອບສ່ວນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ ໃຫ້ປາກົດຜົນເປັນຈິງ.

ຖ້າຫາກທ່ານໃດສົງໄສປໍ້ານໍ້າມັນບ່ອນໃດທີ່ໃສ່ນໍ້າມັນບໍ່ໄດ້ມາດຕະຖານ ຫຼື ຕັ້ງຄ່ານໍ້າມັນບໍ່ຖືກຕ້ອງກໍສາມາດໂທແຈ້ງເຂົ້າສາຍດ່ວນທີ່ເບີ 1513 ໄດ້.

No comments:

Post a Comment