Ad

Ad

30 June 2016

ສາລະວັນກວດພົບໄມ້ຕົກຄ້າງຫລາຍພັນແມັດກ້ອນ

             ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານທ້າຍອາທິດຜ່ານມານີ້ວ່າ: ຫລັງລັດຖະບານໄດ້ອອກຄໍາສັ່ງ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ທາງແຂວງກໍໄດ້ອອກຂໍ້ຕົກລົງຕື່ມ ເພື່ອຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ແລະ ແກ້ໄຂບັນຫາໃຫ້ມີປະສິດທິຜົນສູງ. ໂດຍສະເພາະລົດໄມ້ທີ່ມາຈາກແຂວງໄກ້ຄຽງຈະມາຜ່ານດ່ານສາກົນຂອງແຂວງຕ້ອງແຈ້ງເອກະສານ ເພື່ອກວດກາຄວາມຖືກຕ້ອງ ແລະ ເວລາໄມ້ເຂົ້າມາຮອດຊາຍແດນຖ້າເຫັນວ່າຂັດກັບຄໍາສັ່ງ 15/ນຍ ແມ່ນບໍ່ໃຫ້ເຂົ້າຜ່ານຢ່າງເດັດຂາດ.

          ນອກຈາກນີ້, ຍັງໄດ້ດຳເນີນການກວດກາບັນດາໂຮງງານ ແລະ ຂຶ້ນບັນຊີຄືນໃໝ່ປະເພດໄມ້ຊະນິດຕ່າງໆ ຢູ່ 79 ແຫ່ງ; ໃນນັ້ນໂຮງງານທີ່ມີໄມ້ ຈຳນວນ 52 ແຫ່ງ; ມີ ໂຮງງານປຸງແຕ່ງໄມ້ 28 ແຫ່ງ, ໂຮງຊ່າງຫັດຖະກໍາແບບຄອບຄົວ 24 ແຫ່ງ ແລະ ພົບເຫັນໄມ້ຄ້າງຢູ່ສະໜາມສອງ 6 ຈຸດ ລວມທັງໝົດຫລາຍ
ກວ່າ 26 ພັນແມັດກ້ອນ, ໃນນີ້ ມີໄມ້ຄ້າງຢູ່ສະໜາມສອງ  4 ພັນກວ່າແມັດກ້ອນ, ຢູ່ໂຮງງານ ແລະ ໂຮງຊ່າງຫັດຖະກໍາ 21 ພັນກວ່າແມັດກ້ອນ. ໃນນັ້ນໄມ້ມີເອກະສານຖືກຕ້ອງ 13 ພັນແມັດກ້ອນ; ບໍ່ມີເອກະສານຢັ້ງຢືນ 7 ພັນແມັດກ້ອນ. ສ່ວນໄມ້ຕາມບັນຊີກ່ອນລົງກວດກາ ມີປະ ມານ 6 ພັນກວ່າແມັດກ້ອນ, ແຕ່ກວດຕົວຈິງ ມີໄມ້ຢູ່ 7 ພັນກວ່າແມັດກ້ອນ, ຜິດດ່ຽງກັບບັນຊີເດີມ 1 ພັນກວ່າແມັດກ້ອນ. ສາເຫດພາໃຫ້ມີການຜິດດ່ຽງ ຍ້ອນການປະຕິບັດບໍ່ເປັນລະບົບ, ມີການເຄື່ອນຍ້າຍໄມ້, ການປຸງແຕ່ງໄມ້ ແລະ ອື່ນໆ.

No comments:

Post a Comment