Ad

Ad

15 June 2016

ເຈົ້າໜ້າທີ່ໄທສາມາດຈັບຕົວມືປືນຍິງຄົນລາວເສຍຊີວິດໄດ້ແລ້ວ

    ຕາມການລາຍງານຈາກສື່ແຂວງໜອງຄາຍ, ປະເທດໄທ ໃຫ້ຮູ້ວ່າ: ເວລາປະມານ 14:00 ໂມງຂອງວັນທີ 13 ມິຖຸນານີ້, ຕຳຫລວດເມືອງໜອງຄາຍ ໄດ້ຮັບແຈ້ງວ່າມີການຍິງກັນໃນໃຈກາງເມືອງໜອງຄາຍໃກ້ກັບໂຮງງານຢາສູບ, ຈຶ່ງໄດ້ຈັດກໍາລັງເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໄປກວດສອບສະຖານທີ່ເກີດເຫດ ແລະ ພົບລົດເກງຍີ່ຫໍ້ຮອນດ້າຊີວີກສີບຣອນ, ໝາຍເລກທະບຽນ 2157 ກຳແພງນະຄອນ, ສະພາບດ້ານໜ້າລົດມີຮອຍຖືກຍິງຈໍານວນ 6 ຮູ ແລະ ອີກ 4 ຮູແມ່ນຢູ່ດ້ານຂ້າງປະຕູເບື້ອງຂວາ, ໃນທີ່ເກີດເຫດພົບກະສອບລູກປືນສັ້ນຕົກຢູ່ 11 ປອກ, ເຈົ້າໜ້າທີ່ຈຶ່ງເກັບໄວ້ເປັນຫລັກຖານ, ສ່ວນຜູ້ບາດເຈັບເປັນສອງແມ່ລູກຊື່ນາງ ສີອຳພອນ ດວງບຸບຜາ ອາຍຸ 44 ປີ ແລະ ທ້າວ ບຸນຍະລິດ ດວງບຸບຜາ ອາຍຸ 20 ປີຢູ່ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ
ວຽງຈັນ ເຈົ້າໜ້າທີ່ໄດ້ນຳສົ່ງໂຮງໝໍໜອງຄາຍ, ໂດຍນາງ ສີອຳພອນ ທົນອາການບາດເຈັບບໍ່ໄຫວຈຶ່ງເສຍຊີວິດທີ່ໂຮງໝໍ, ສ່ວນທ້າວ ບຸນຍະລິດ ແມ່ນຍັງບໍ່ທັນຮູ້ສະຕິຍ້ອນບາດເຈັບສາຫັດ.
    ຈາກການສອບຖາມພະຍານທີ່ເຫັນເຫດການ ບອກວ່າ: ນາງ ສີອຳພອນ ພ້ອມດ້ວຍລູກຊາຍເດີນ
ທາງມາເຮັດທຸລະສ່ວນຕົວ, ຂະນະທີ່ກຳລັງຈອດລົດມີຜູ້ຊາຍຮູບຮ່າງສູງໃຫຍ່ຂັບລົດຍີ່ຫໍ້ໂຕໂຍຕາຟໍຈູນເນີ້ສີຂາວ ໝາຍເລກທະບຽນ 5949 ພັງງາ ໄດ້ລົງມາໃຊ້ປືນກະໜໍ່າຍິງແລ້ວກໍຂຶ້ນລົດຂັບຫລົບໜີໄປ ແລະ ຕໍ່ມາເຈົ້າໜ້າທີ່ຈຶ່ງສືບຮູ້ວ່າ: ຜູ້ກໍ່ເຫດແມ່ນທ້າວ ບຸນຊູ ແກ້ວພິລາ ອາຍຸ 48 ປີຢູ່ເຮືອນເລກທີ 125 ໝູ່ 6 ເຂດປະໂຄ, ເມືອງ ແລະ ແຂວງໜອງຄາຍ, ເຊິ່ງເປັນອະດີດຜົວຂອງນາງ ສີອຳ

ພອນ ຈາກການສອບຖາມຍາດພີ່ນ້ອງຂອງທ້າວ ບຸນຊູ ກໍໄດ້ຮູ້ວ່າທັງສອງຄົນມີບັນຫາກັນເລື່ອງຊັບສິນບໍ່ສາມາດຕົກລົງກັນໄດ້ ແລະ ມີບັນຫາຜິດຖຽງກັນເລື້ອຍໆ ແລະ ມາຮອດຕອນເຊົ້າວັນທີ 14 ມີຖຸນານີ້, ເຈົ້າໜ້າທີ່ຈຶ່ງສາມາດຕິດຕາມຈັບຕົວທ້າວບຸນຊູໄດ້, ໃນຂະນະຂັບລົດເກງຍີຫໍ້ນິສັນເທຍນາຫລົບໜີໄປຕາມເສັ້ນທາງເຂດອໍາເພີທ່າບໍ່, ເມືອງໜອງຄາຍ ມາດໍາເນີນຄະດີຕາມກົດໝາຍ.

No comments:

Post a Comment