Ad

Ad

2 June 2016

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

          ພິທີ ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງທ່ານ ຄຳພອນ ພຸດທະວົງ ຮັກສາການລັດຖະມົນຕີກະຊວງສາທາ ລະນະສຸກ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 31 ພຶດສະພາຜ່ານມານີ້ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ, ທັງນີ້ກໍເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງຂອງຂະແໜງສາທາລະນະສຸກໃຫ້ມີຄວາມສອດ ຄ່ອງ ແລະ ສາມາດຕອບສະ ໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະໃໝ່, ທັງເປັນການປະຕິບັດຕາມການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ.


          ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະມົນຕີກະຊວງສາ ທາລະນະສຸກ ຜູ້ເກົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ອັນໄດ້ເຮັດໃຫ້ວຽກງານສາທາລະນະສຸກ ມີທ່ວງທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂົ້າເຖິງຊຸມຊົນ ແລະ ເຂດຫ່າງໄກສອກຫລີກຫລາຍຂຶ້ນ, ປະຊາຊົນໄດ້ເຂົ້າເຖິງການບໍລິການຂອງສາທາລະນະສຸກດີຂຶ້ນນັບມື້ ຊ່ວຍໃຫ້ຕົວເລກການຕິດເຊື້ອພະຍາດຕ່າງໆ ຫລຸດຜ່ອນລົງຕາມລຳດັບ, ພ້ອມນັ້ນ, ທ່ານ ຍັງຮຽກຮ້ອງໃຫ້ລັດຖະມົນຕີ ຜູ້ໃໝ່ ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານອັນດີເລີດ ແລະ ປັບປຸງແກ້ໄຂບັນຫາທີ່ຄົງຄ້າງ ແນໃສ່ເຮັດໃຫ້ວຽກງານສາທາລະນະສຸກ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງສ້າງຄວາມເຊື່ອຖືຈາກປະຊາຊົນບັນດາເຜົ່າພ້ອມໃຫ້ເອົາ ໃຈໃສ່ຍົກລະດັບຄວາມອາດສາມາດການບໍລິການຂອງໂຮງໝໍສູນກາງ-ທ້ອງຖິ່ນດີຂຶ້ນກວ່າເກົ່າ, ລວມທັງການສ້າງບຸກຄະລາກອນທາງການແພດທີ່ມີປະສົບການ ແລະ ຈັນຍາບັນສູງ ເພື່ອໃຫ້ການບໍລິການດ້ານສາທາລະນະສຸກຂອງປະເທດເຮົາທຽບເທົ່າກັບພາກພື້ນ ແລະ ສາກົນ ໃນອະນາຄົດ.

No comments:

Post a Comment