Ad

Ad

21 June 2016

ຖ້າປັບໄໝຈິງສິ່ງນີ້ຈະເກີດຂຶ້ນບໍ່ ?

             ນີ້ແມ່ນຄຳຖາມຂອງສັງຄົມ ກໍຄືຜູ້ໃຊ້ລົດໃຊ້ຖະໜົນໃນຕົວເມືອງທີ່ມີຄວາມເປັນຫ່ວງຕໍ່ການຖືເບົາຂອງພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງ ແລະ ກວດກາບັນດາຜູ້ປະກອບການທຸລະກິດກໍ່ສ້າງ, ຂົນສົ່ງຫີນ-ຊາຍ-ດິນຕ່າງໆ, ພາຍຫລັງເຫັນວ່າເສັ້ນທາງຫລາຍສາຍໃນຕົວເມືອງມີສະພາບເປິະເປື້ອນ ແລະ ເຕັມແຕ່ຂີ້ຝຸ່ນ ຍ້ອນບັນດາໂຄງການກໍ່ສ້າງເຫລົ່ານັ້ນຂາດຄວາມຮັບຜິດຊອບໃນການຮັກສາສະພາບແວດລ້ອມ ດ້ວຍການປະປ່ອຍໃຫ້ລົດແກ່ດິນຂອງຕົນທີ່ມີຂີ້ຕົມຂີ້ດິນຕິດເຕັມຕີນລົດແລ່ນໄປຢຽບໃສ່ທາງໃຫຍ່ແບບບໍ່ເອົາຫົວໃສ່ໃຈຊາກັບຄວາມບໍ່ຈົບງາມທີ່ເກີດຂຶ້ນ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ຈຸດທີ່ສັງຄົມຈົ່ມວ່າ
ຫລາຍໃນປັດຈຸບັນແມ່ນໂຄງການກໍ່ສ້າງອາ ຄານຂະໜາດໃຫຍ່ແຫ່ງໜຶ່ງຢູ່ເສັ້ນທາງຖະໜົນລ້ານຊ້າງ ເຂດບໍລິເວນສີ່ແຍກໄຟອຳນາດຮ້ານໄອໂມບາຍ (ຂ້າງໂຮງຮຽນ ມສ ວຽງຈັນ) ເຊິ່ງແຕ່ລະມື້ແມ່ນມີລົດແກ່ດິນຫລາຍຄັນເຂົ້າ-ອອກບໍລິເວນກໍ່ສ້າງດັ່ງກ່າວ ແລ້ວເຮັດດິນຕົກເຮ່ຍໃສ່ທາງເປິະເປື້ອນເປັນສາຍຍາວ, ບາງຊ່ວງໄລຍະຈະມີການຈອດລົດແກ່ດິນລຽນເປັນແຖວຍາວຫລາຍຄັນຕາມແຄມທາງທີ່ເປັນການກີດຂວາງການສັນຈອນຂອງພາຫະນະໃນເຂດດັ່ງກ່າວຢ່າງໜາແໜ້ນ ໂດຍສະເພາະໃນຊົ່ວໂມງເລັ່ງດ່ວນໄປວຽກ-ເລີກວຽກດັ່ງນີ້ເປັນຕົ້ນ ແລະ ກໍມີອີກຫລາຍໆໂຄງການກໍ່ສ້າງທີ່ມີສະພາບຄ້າຍຄືກັນ. ຫລາຍຄົນຕັ້ງຂໍ້ສົງໄສວ່າ: ການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍບໍ່ ? ແລະ ຈະມີມາດຕະການແກ້ໄຂແນວໃດ ?.

           ຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫລວງວຽງຈັນກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດໄລຍະສະເພາະໜ້າ ແລະ ຮອດປີ 2020 ໄດ້ລະບຸວ່າ: ຕີນລົດເປື້ອນບໍ່ອະນຸຍາດໃຫ້ແລ່ນເຂົ້າໃນຕົວເມືອງ, ລົດບັນທຸກສິນຄ້າ ແລະ ວັດສະດຸຕ່າງໆຕ້ອງຫຸ້ມຫໍ່ໃຫ້ດີ ເພື່ອບໍ່ໃຫ້ມີສິ່ງເສດເຫລືອຕົກໃສ່ຖະໜົນຫົນທາງ, ຫ້າມຈອດລົດໃນເຂດຕ້ອງຫ້າມເດັດຂາດ ແລະ ຖ້າຫາກມີການລະເມີດແມ່ນຈະຖືກປັບໄໝ 10 ເທົ່າ ເຊິ່ງກໍແນ່ນອນວ່າການກະທຳດັ່ງກ່າວກໍແມ່ນການລະເມີດລະບຽບບ້ານເມືອງ ແຕ່ເປັນຫຍັງຫລາຍໂຄງການຈຶ່ງຖືເບົາຕໍ່ການເຄົາ ລົບລະບຽບດັ່ງກ່າວ ຫລື ເປັນຍ້ອນໃນໄລຍະຜ່ານມາຍັງບໍ່ທັນມີການປັບໄໝແບບເຂັ້ມງວດບໍ່ ? ຈຶ່ງເຮັດໃຫ້ບັນຫາອັນບໍ່ດີບໍ່ງາມນີ້ເກີດຂຶ້ນຢ່າງແຜ່ຫລາຍຄືດັ່ງພວກເຮົາເຫັນນຳກັນ.

No comments:

Post a Comment