Ad

Ad

1 July 2016

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດປະຈຳປີ 2016

          ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳປີ 2016 ຈັດຂຶ້ນໃນວັນທີ 30 ມິຖຸນານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງລັດຖະມົນຕີ, ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດເຂົ້າຮ່ວມເປັນຈຳນວນຫລາຍ.

          ກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2015-2016, ຊຶ່ງກະຊວງກ່ຽວຂ້ອງ ໄດ້ເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາການສຶກສາ ແຕ່ອະ ນຸບານຮອດມະຫາໄລ ໂດຍເນັ້ນໃສ່ການຂະຫຍາຍຫ້ອງຮຽນ, ໂຮງຮຽນ, ສະໜອງອຸປະກອນຮັບ
ໃຊ້ການຮຽນ-ການສອນ, ອົບຮົມ ແລະ ຍົກລະດັບຄູ ລວມທັງການສ້າງຄວາມເຂັ້ມແຂງ, ວຽກງານດ້ານບໍລິຫານ ຄຸ້ມຄອງການສຶກສາແຕ່ລະຂັ້ນ, ປັບປຸງ ແລະ ສ້າງນິຕິກຳຫລາຍຢ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາລະບົບການສຶກສາ ເປັນຕົ້ນແມ່ນ ປັບປຸງກົດໝາຍການສຶກສາ, ສ້າງຍຸດທະສາດການພັດທະນາກິລາລາວ ເຊິ່ງໄດ້ສົ່ງຜົນໃຫ້ອັດຕາເຂົ້າຮຽນຂອງເດັກ 3-5 ປີ ເພີ່ມຈາກ 43% ໃນປີ 2015 ເປັນ 49%, ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 66% ໃນປີ 2015 ເປັນ70,8%, ອັດຕາເຂົ້າຮຽນໃໝ່ ສຸດທິຊັ້ນປະຖົມສຶກສາ ເພີ່ມຈາກ 97,2% ເປັນ 97,9%, ອັດຕາຄ້າງຫ້ອງ ແລະ ປະລະຊັ້ນປະຖົມສຶກສາ ຫລຸດຈາກ 5,8% ເປັນ 4,8% ແລະ ຈາກ 5,2% ເປັນ 4,9% ຕາມລຳດັບ, ຂະນະທີ່ອັດຕາການເຂົ້າຮຽນລວມຊັ້ນມັດທະຍົມຕົ້ນ ແລະ ປາຍ ເພີ່ມຂຶ້ນຈາກ 78% ເປັນ 82,2% ແລະ ຈາກ 45,8% ເປັນ 47,8%  ຢ່າງໃດກໍດີ ຄຽງຄູກັບການສຶກສາໃນໂຮງຮຽນ, ການສຶກສານອກໂຮງຮຽນ ກໍເປັນວຽກງານໜຶ່ງທີ່ສຳຄັນ  ເພື່ອໃຫ້ປະເທດຊາດ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ສຳລັບການສຶກສາຫລັງມັດທະຍົມຄື: ການສຶກສາສ້າງຄູ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ກໍໄດ້ຮັບການປັບປຸງຂຶ້ນເທື່ອລະກ້າວ ທາງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນ: ປັບປຸງຫລັກສູດ, ຍົກລະດັບໃຫ້ຄູສອນ ແລະ ອື່ນໆອີກ. ນອກນັ້ນ, ຍັງໄດ້ຮັບຟັງແຜນພັດທະນາການສຶກສາ ແລະ ກິລາ 2016-2017, ລາຍງານຜົນສຳເລັດ ສຳລັບຂະແໜ່ງການຍ່ອຍ ກິລາກາຍະກຳ ປະຈຳສົກປີ 2015-2016 ແລະ ແຜນຈຸດສຸມ ປະຈຳສົກ ປີ 2016-2017, ລາຍງານສະພາບການເງິນ, ແຜນຄາດຄະເນງົບປະມານ 2016-2017 ຂອງຂະແໜງການສຶກສາ ແລະ ກິລາ  ແລະ ຜົນການວິໄຈໃສ່ການລົງທຶນ ໃນຂະແໜງການສຶກສາ, ສະເໝີ ແຜນການຕິດຕາມປະເມີນຜົນການຈັດຕັ້ງປະຕິບັດ ແຜນຈຸດສຸມສຳລັບສົກປີ 2016-2017 ແລະ ສະເໝີແຜນສ້າງ ແລະ ປັບປຸງນິຕິກຳ ແລະ ການຄຸ້ມຄອງຄູຕາມທິດປ່ຽນແປງໃໝ່ ລວມທັງການຄຸ້ມຄອງ ຄູອາສາສະໝັກ ແລະ ຄູສັນຍາຈ້າງ ແລະ ບັນຫາຕ່າງໆ ທີ່ຕິດພັນກັບວຽກງານການສຶກສາຈຳນວນໜຶ່ງ.

No comments:

Post a Comment