Ad

Ad

5 July 2016

ຍີ່ປຸ່ນສະໜອງທຶນ 24 ຕື້ກວ່າກີບຊ່ວຍເຫລືອລາວພັດທະນາຊັບພະຍາກອນມະນຸດ

            ລັດຖະບານຍີ່ປຸ່ນ ສະໜອງທຶນ 308 ລ້ານເຢັນ ຫລື ປະມານ 24 ຕື້ກວ່າກີບ ໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າໃນໂຄງການພັດທະນາຊັບພະຍາກອນມະນຸດ ເຊິ່ງພິທີລົງນາມເອກະສານແລກ ປ່ຽນໂຄງການຊ່ວຍເຫລືອດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 4 ກໍລະກົດ ນີ້, ລະຫວ່າງ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຕາເກຊິ ຮິກິຮາຣາ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈຳລາວ ໂດຍມີພາກ ສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຄີພິຍານ.

             ໂຄງການດັ່ງກ່າວ, ແມ່ນໜຶ່ງໃນວຽກງານບູລິມະສິດທີ່ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສຳຄັນ ເພື່ອຍົກລະດັບຂະແໜງການສຶກສາ ໂດຍສະເພາະສ້າງຂີດຄວາມສາມາດຂອງນັກ ຮຽນ-ນັກສຶກສາ ຂອງສປປ ລາວ ແລະ ລະບົບການສຶກສາເພື່ອໃຫ້ສາມາດຕອບສະໜອງໄດ້ຕາມມາດຕະຖານແຫ່ງຊາດ, ຂົງເຂດ ແລະ ສາກົນ. ໃນໄລຍະຜ່ານມາ
ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ເພື່ອການພັດທະນາ ໃນຫລາຍຂົງເຂດ ເປັນຕົ້ນ ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍັງເປັນການສະໜັບສະໜູນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແຕ່ປີ2016-2020.

No comments:

Post a Comment