Ad

Ad

18 July 2016

ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຢ່າງຟົດຟື້ນ


        ວັນທີ 15 ກໍລະກົດນີ້, ສູນກາງສະຫະພັນແມ່ຍິງລາວ, ໄດ້ຈັດງານໂຮມຊຸມນຸມໃຫຍ່ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ດ້ວຍບັນຍາກາດຟົດຟື້ນ, ໂດຍການເຂົ້າຮ່ວມຂອງທ່ານນາງ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ, ມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
          ໃນພິທີທ່ານປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນມູນເຊື້ອຂອງເອື້ອຍນ້ອງສະ ຫະພັນແມ່ຍິງລາວ, ໃນຂະບວນການປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ ໂດສັງເຂບວ່າ: ໂດຍສັງເຂບ, ພ້ອມທັງເນັ້ນໜັກບາງຕອນວ່າ: ໃນວັນທີ 20 ກໍລະກົດ 1955, ພັກໄດ້ສ້າງຕັ້ງໜ່ວຍ
ຄົ້ນຄວ້າວຽກງານແມ່ຍິງຂຶ້ນຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ, ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ, ໂດຍໄດ້ແຕ່ງຕັ້ງໃຫ້ທ່ານນາງ ຄຳຫລ້າ ວົງສັກ ເປັນຫົວໜ້າ, ທ່ານນາງ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານນາງ ຄຳແພງ ບຸບຜາ ເປັນກຳມະການ. ນັບແຕ່ມື້ນັ້ນມາ ພັກໄດ້ມອບໝາຍໜ້າທີ່ຕົ້ນຕໍໃຫ້ແກ່ອົງການຈັດຕັ້ງແມ່ຍິງເຄື່ອນໄຫວປະຕິບັດໜ້າທີ່ເບິ່ງແຍງ, ລ້ຽງດູ, ລຳລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ພ້ອມທັງ ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ ປຸກລະດົມຂະບວນການແມ່ຍິງປະຕິບັດວຽກງານຢູ່ແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ. ແມ່ຍິງຍັງໄດ້ມີຫົວຄິດປະດິດສ້າງ ໃຊ້ທຸກວິທີເພື່ອຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ ໃຫ້ພະນັກງານທະຫານປະຕິວັດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫລາຍວິທີທີ່ສະຫລຽວສະຫລາດ ແລະ ອົງອາດກ້າຫານ.

ຕະຫລອດ 61 ປີຜ່ານມາ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າສ່ວນຫລາຍ ໄດ້ຮັບການພັດທະນາທຸກດ້ານ ເຮັດໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາ ແລະ ເສີມຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີລະດັບການສຶກສາ, ລະດັບວິຊາສະເພາະໃນຂັ້ນຕ່າງໆຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ແມ່ຍິງຈຳນວນໜຶ່ງ ເປັນພະນັກງານເຕັກນິກ, ພະນັກງານວິຊາການ, ນັກຄົ້ນຄວ້າ, ນັກວິສະວະກອນ, ນັກທຸລະກິດ, ຜູ້ປະກອບການໃນຂະແໜງການຕ່າງໆ, ພ້ອມໄດ້ຮັບນາມມະຍົດເປັນສາດສະດາຈານ, ຮອງສາດສະດາຈານ, ສິລະປິນແຫ່ງຊາດ, ນັກສິລະປິນດີເດັ່ນ, ຄູປະຊາຊົນ, ຄູແຫ່ງຊາດ ແລະ ອື່ນໆຢ່າງຫລວງຫລາຍ. ນອກຈາກນີ້ ບົດບາດຂອງແມ່ຍິງລາວຍັງສາມາດທຽບເທົ່າກັບເພດຊາຍ, ພ້ອມທັງມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment