Ad

Ad

18 July 2016

ກະຊວງສາທາລະນະສຸກຢືນຢັນວ່າພະຍາດທີ່ລະບາດຢູ່ແຂວງຊຽງຂວາງແມ່ນເຊື້ອໄວຣັດຕັບ A

ທີ່ມີຂ່າວກ່ຽວກັບການເກີດລະບາດຂອງພະຍາດຊະນິດໜຶ່ງຢູ່ແຂວງຊຽງຂວາງ ໃນວັນທີ 15 ກໍລະກົດນີ້, ທ່ານ ດຣ ບຸນຫຼາຍ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວໄດ້ອອກມາຢືນຍັນຕໍ່ສື່ມວນຊົນວ່າ: ການເກີດພະຍາດລະບາດຂອງພະຍາດດັ່ງກ່າວ ຢູ່ແຂວງຊຽງຂວາງແມ່ນມີຜູ້ຕິດເຊື້ອເປັນຈຳນວນຫຼາຍ, ຊຶ່ງມາຮອດປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ກວດຮູ້ວ່າ:ແລ້ວພະຍາດທີ່ລະບາດແມ່ນເຊື້ອໄວຣັດຕັບຊະນິດ ແລະ ບໍ່ແມ່ນຍ້ອນສາເຫດອື່ນໃດ ແລະ ພະຍາດດັ່ງກ່າວກໍເຄີຍເກີດຂຶ້ນມາແລ້ວຢູ່ຫລາຍປະເທດໃນພາກພື້ນ, ເປັນພະຍາດຕິດຕໍ່ຈາກຄົນສູ່ຄົນໄດ້ດ້ວຍການສຳພັດ ຫຼື ກິດເຊື້ອພະຍາດເຂົ້າໄປໂດຍກົງ ,ເປັນພະຍາດທີ່ບໍ່ມີຄວາມອັນຕະລາຍຮ້າຍແຮງຢ່າງທີ່ຄິດ, ສຳລັບຜູ້ທີ່ຕິດເຊື້ອດັ່ງກ່າວຈະມີອາການເມື່ອຍ, ອ່ອນເພຍ, ບໍ່
ຢາກກິນອາຫານ, ຜິວໜັງເຫຼືອງ, ບາງທີ່ອາດມີອາການເປັນໄຂ້ ແລະ ອື່ນໆ, ຊຶ່ງພະຍາດດັ່ງກ່າວສາມາດປິ່ນປົວໃຫ້ຫາຍຂາດໄດ້ດ້ວຍການພັກຜ່ອນໃຫ້ພຽງພໍ, ໝັ້ນອອກ ກຳລັງກາຍ ແລະ ການປິ່ນປົວທາງການແພດອື່ນໆ, ສ່ວນຕົ້ນເຫດຂອງການແຜ່ລະບາດຂອງພະຍາດດັ່ກງ່າວໃນຄັ້ງນີ້, ຄາດວ່າເກີດຈາກການປະຕິບັດຕາມຫຼັກການສຸຂະອະນາໄມ 3 ສະອາດຂອງປະຊາຊົນບໍ່ໄດ້ດີເທົ່າທີ່ຄວນ, ດັ່ງນັ້ນ ວີທີປ້ອງກັນພະຍາດນີ້ແມ່ນຕ້ອງປະຕິບັດຕາມຫຼັກການອະນາໄມ 3 ສະອາດໃຫ້ເຂັ້ມງວດ, ໂດຍສະເພາະແມ່ນການກິນ-ຢູ່ຕ້ອງສະອາດ, ເປັນຕົ້ນແມ່ນເດັກນ້ອຍຕ້ອງໄດ້ເອົາໃຈໃສ່ເປັນພິເສດ (ພືດຜັກຕ່າງໆທີ່ຈະກິນຕ້ອງລ້າງໃຫ້ດີ ຫຼື ປຸງແຕ່ງສຸກແລ້ວຈຶ່ງກິນ) ແລະ ສິ່ງສຳຄັນແມ່ນຕ້ອງລ້າງມື້ທຸກຄັ້ງກ່ອນກິນອາຫານ ແລະ ຫຼັງເຂົ້າຫ້ອງນ້ຳ.

ທ່ານຫົວໜ້າກົມຄວມຄຸມພະຍາດຕິດຕໍ່ກ່າວວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງ ກໍໄດ້ລົງສົມທົບກັບສາທາລະນະສຸກແຂວງຊຽງຂວາງ, ເອົາໃຈໃສ່ຕິດຕາມເຝົ້າລະວັງການ ລະ ບາດຂອງພະຍາດດັ່ງ ກ່າວນີ້ຢ່າງໃດ້ຊິດ, ພ້ອມທັງເຮັດວຽກງານໂຄສະນາໃຫ້ຄວາມຮູ້ວິທີການປ້ອງກັນຕົນເອງໃຫ້ແກ່ປະ ຊາຊົນ, ຊຶ່ງມາຮອດປັດຈຸບັນຈຳນວນຜູ້ຕິດເຊື້ອກໍໄດ້ຫຼຸດໜ້ອຍຖອຍລົງ ແລະ ຄາດວ່າຈະກັບຄືນສູ່ສະພາບປົກກະຕິໃນໄວໆນີ້.

No comments:

Post a Comment