Ad

Ad

14 July 2016

ທະນາຄານລາວ-ຫວຽດ ມອບຄຳໃຫ້ລູກຄ້າ

ໃນວັນທີ 13 ກໍລະກົດນີ້, ທີ່ສຳນັກງານໃຫຍ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດ (LAO-VIET BANK) ໃນນະຄອນຫລວງວຽງຈັນ ໄດ້ມີພິທີມອບຄຳໃຫ້ລູກຄ້າໂຊກດີຈາກໂຄງ ການເງິນຝາກລຸ້ນຊັບຮັບໂຊກຄັ້ງທີ 1 ປະຈປີ 2016, ພາຍຫລັງສຳເລັດການໝູນລາງວັນເມື່ອທ້າຍເດືອນມິຖຸນາຜ່ານມາ ເຊິ່ງລາງວັນທີ 1 ແມ່ນຄຳແທ່ງໜັກ 50 ບາດ ມີໜຶ່ງລາງວັນ, ລາງວັນທີ 2 ຄຳແທ່ງໜັກ 10 ບາດ ມີສອງລາງວັນ, ລາງວັນທີ 3 ຄຳໜັກ 3 ບາດ ມີສາມລາງວັນ, ລາງວັນທີ 4 ຄຳໜັກ 1 ບາດ ມີສິບລາງວັນ ແລະ ລາງວັນທີ 5 ຄຳ 2 ສະຫລຶງ ມີຊາວລາງວັນ ເພື່ອເປັນການສົມມະນາຄຸນ ແລະ ຄືນກຳໄລໃຫ້ແກ່ລູກຄ້າທີ່ມາເປີດບັນຊີເງິນຝາກປະຈຳລຸ້ນຊັບຮັບໂຊກ ແລະ ທະນາຄານດັ່ງກ່າວຈະສືບຕໍ່ຜັນຂະຫຍາຍລາຍການເງິນຝາກລຸ້ນຊັບຮັບໂຊກປີ 2016 ຄັ້ງທີ 2 ນັບແຕ່
ວັນທີ 20 ກໍລະກົດ 2016-20 ມັງກອນ 2017, ໃນນັ້ນລາງວັນທີ 1 ແມ່ນລົດໂຕໂຍຕາ ອອລນິວ ຟໍຈູນເນີ ມີໜຶ່ງລາງວັນ, ລາງວັນທີ 2 ລົດຈັກຄຼິກໄອ ຈຳນວນ 3 ລາງວັນ ແລະ ລາງວັນອື່ນໆອີກຢ່າງຫລວງຫລາຍ.
               ຮອງອຳນວຍການທະນາຄານດັ່ງກ່າວ ໃຫ້ຮູ້ວ່າ: ພາຍຫລັງທະນາຄານພວກເຮົາໄດ້ມີໂຄງການມອບໂຊກດັ່ງກ່າວເປັນກິດຈະກຳເຄື່ອນໄຫວປະຈຳປີກໍເຫັນວ່າໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສະໜັບສະໜູນຈາກລູກຄ້າ ກໍຄືສັງຄົມນັບມື້ເພີ່ມຂຶ້ນ ແລະ ສາມາດສ້າງຄວາມໄວ້ວາງໃຈຂອງລູກຄ້າເປັນຢ່າງດີຕໍ່ການນຳໃຊ້ບໍລິການຂອງທະນາຄານພວກເຮົາດ້ວຍດີຕະຫລອດມາ.

              ເຂົ້າຮ່ວມພິທີມອບລາງວັນຄັ້ງນີ້ມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ.

No comments:

Post a Comment